ເພື່ອເປັນການຢັ້ງຢືນໝາກຜົນການເຄື່ອນໄຫວວຽກງາານຕະຫຼອດໄລຍະ 1 ປີຜ່ານມາ
ໃນຕອນບ່າຍຂອງວັນທີ 30 ຕຸລາ 2020 ຢູ່ທີ່ສະໂມສອນວິທະຍາໄລຄູຫຼວງນໍ້າທາ ໄດ້ຈັດຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 4
ບຸກ ຄັ້ງທີ II ຮອບ III ປະຈຳປີ 2020 ຂື້ນ ໂດຍການເປັນປະທານຂອງ ສະຫາຍ ສິນນະກອນ ສີເມືອງ
ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມຮາກຖານ, ໃນພິທີມີ ສະຫາຍ ວົງມະນີ ເພື່ອປະຊາ ຄະນະກຳມະການພັກແຂວງ
ເລຂາຄະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ, ມີ ສະຫາຍ ສີວິໄລ ແກ້ວພິລາວັນ ຄະນະພັກຮາກຖານ
ຮອງຜູ້ອຳນວຍການ, ຄະນະຊາວໜຸ່ມຮາກຖານ, ຕາງໜ້າຈາກສະຫະພັນກຳມະບານ,
ແມ່ຍິງຮາກຖານວິທະຍາໄລຄູ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມທັງໝົດ 121 ສະຫາຍ,
ຍິງ 73 ສະຫາຍ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອຜ່ານບົດຮ່າງປະເມີນຂໍ້ແຂ່ງຂັນ 4
ບຸກຄັ້ງທີ II ຮອບທີ III ໃນວາລະດຳເນີນກອງປະຊຸມ
ສະຫາຍ ທອງດີ ບູ້ກໍອີລົງ ຮອງເລຂາຊາວໜຸ່ມຮາກຖານ ໄດ້ຜ່ານບົດປະເມີນຂໍ້ແຂ່ງຂັນ 4
ບຸກທັງ 2 ພາກ ແລ້ວສະເໜີໃຫ້ຜູ້ເຂົ້າຮ່ວມຮັບຮອງໂດຍການຕົບມື.
ໃນໂອກາດນີ້ ສະຫາຍ ວົງມະນີ ເພື່ອປະຊາ
ໄດ້ມີຄຳເຫັນໂອ້ລົມຕໍ່ ສະມາຊິກຊາວໜຸ່ມວິທະຍາໄລຄູຫຼວງນໍ້າທາ ກ່ອນອື່ນ
ສະຫາຍໄດ້ຍ້ອງຍໍຊົມເຊີຍໃນໝາກຜົນການເຄື່ອນໄຫວໄລຍະ 1 ປີທີ່ຜ່ານມາ, ຈາກນັ້ນ ສະຫາຍ
ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານຊາວໜຸ່ມ, ຕໍ່ເນື້ອໃນດັ່ງກ່າວ
ສະຫາຍຮຽກຮ້ອງໃຫ້ສະມາຊິກຈົ່ງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຜົນສຳເລັດໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ,
ພັດທະນາຕົນເອງໃຫ້ທ່ວງທັນກັບສະພາບການຫັນປ່ຽນໃນຍຸກປັດຈຸບັນ ເນື່ອງຈາກວ່າ
ສັງຄົມປັດຈຸບັນມີທັງສິ່ງທ້າທາຍຫຼາຍຢ່າງ ແລະ ກຳລັງດຳເນີນຊີວິດຢູ່ໃນໄລຍະກຳລັງພັດທະນາວິທະຍາສາດ-ເທັກໂນໂລຊີ,
ນໍາໃຊ້ ປັນຍາປະດິດ (AI) ເຂົ້າມາທົດແທນກໍາລັງແຮງງານຂອງມະນຸດ ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ຍົກໃຫ້ເຫັນ
ຈຸດທີ່ຕັ້ງຂອງແຂວງຫຼວງນໍ້າທາ ທີ່ມີທ່າແຮງໃນການຂັບເຂື່ອນເສດຖະກິດທີ່ສຳຄັນ ເຊັ່ນ:
ບໍ່ເຕນ, ສາມຫຼ່ຽມທອງຄຳ, ມີຊາຍແດນຕິດຈອດກັບປະເທດມະຫາອຳນາດ(ປະເທດຈີນ)
ເຊິ່ງຊາວໜຸ່ມຕ້ອງໄດ້ຮຽນຮູ້ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະ
ນໍາຄວາມຮູ້ໃນສາຍວິຊາທີ່ຮຽນຈົບມາພັດທະນາເສດຖະກິດ-ສັງຄົມໃຫ້ຈະເລີນກ້າວໜ້າ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ຕອນ
ແລະ ໄດ້ປິດລົງໃນເວລາ 16:00
ນາທີ ຂອງວັນທີ 30 ຕຸລາ 2020
ດ້ວຍບັນຍາກາດຈົບງາມ.
ວັນທີ 30
ຕຸລາ 2020
ນັກຂ່າວວິທະຍາໄລຄູຫຼວງນໍ້າທາ
ສົມແພງ ດວງປະເສີດ