1. ໄດ້ແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານ
TEMIS ໃຫ້ແຕ່ລະພາກສ່ວນດັ່ງນີ້:
1.1) ປ້ອນຂໍ້ມູນຂອງນັກສຶກສາທີ່ນອນຫໍພັກໃນຂອງວິທະຍາໄລຄູແມ່ນມອບໃຫ້ຫ້ອງການກິດຈະການນັກສຶກສາ.
1.2) ປ້ອນຂໍ້ມູນຕໍາແໜ່ງວິຊາການ ແມ່ນມອບໃຫ້ຫ້ອງການຈັດຕັ້ງ
ແລະ ພະນັກງານ.
1.3) ປ້ອນຂໍ້ມູນລາຍວິຊາສອນ
ແມ່ນມອບໃຫ້ຫ້ອງການສົ່ງເສີມວິຊາການ.
1.4) ລົງເກັບ ແລະ
ປ້ອນຂໍ້ມູນນັກສຶກສາຮຽນຈົບ ແມ່ນມອບໃຫ້ຫ້ອງການພັດທະນາຄູ+ຫ້ອງການສາຍ.
1.5) ປ້ອນຂໍ້ມູນຄູປະຈໍາຫ້ອງ
ແມ່ນມອບໃຫ້ຫ້ອງການສາຍ.
1.6) ພິມໃບປະກາສະນີຍະບັດ ແມ່ນມອບໃຫ້ຫ້ອງການສົ່ງເສີມວິຊາການ.
1.7) ພິມໃບຄະແນນ ແມ່ນມອບໃຫ້ຫ້ອງການສາຍ.
2. ເຫັນດີໃຫ້ເປີດກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບ
E-office ໃຫ້ເລຂາຂອງແຕ່ລະຫ້ອງການ.
3. ເຫັນດີໃຫ້ຫ້ອງການວັດຜົນປະເມີນຜົນຂຶ້ນໂຄງການຈັດກອງປະຊຸມຝຶກອົບຮົມການປ້ອນຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງ
ເຊັ່ນ: ໃນຫົວຂໍ້( 1.1 ເຖິງ 1.7)
4. ເຫັນດີໃຫ້ຫ້ອງການສາຍປັບປຸງຄູປະຈໍາຫ້ອງ
ແລະ ໜ້າວຽກຄູປະຈໍາຫ້ອງຄືນໃໝ່ຕາມຜົນການປະເມີນ.
5. ແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານການກວດກາຄຸນນະພາບພາຍໃນມອບໃຫ້ແຕ່ລະພາກສ່ວນປັບປຸ່ງຂໍ້ຄົງຄ້າງລາຍລະອຽດຄັດຕິດຢູ່ດ້ານຫຼັງ.
ກອງປະຊຸມໄດ້ປິດລົງໃນວັນທີ 28 ມັງກອນ 2021 ເວລາ 11 ໂມງ 30 ນາທີ