ໃນຕອນເຊົ້າ ເວລາ 8:30 ນາທີ ຂອງວັນທີ 22 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງນໍ້າທາໄດ້ຈັດກອງປະຊຸມຄົ້ນຄວ້າເອກະສານຂໍຕຳແໜ່ງວິຊາການຂອງພະນັກງານູຄ-ອາຈານ ວິທະຍາໄລຄູຫຼວງນໍ້າທາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອາຈານ ນາງ ນວນຈັນ ທິບພະວົງ ຄະນະພັກຮາກຖານ, ຮອງຜູ້ອຳນວຍການວິທະຍາໄລຄູຫຼວງນ້ຳທາ. ທ່ານ ສຸພີ ເພັດດາວົງ ຫົວໜ້າພະແນກກໍ່ສ້າງຄູ ພ້ອມດ້ວຍທີມງານຈາກກົມສ້າງຄູ, ໃນພິທີມີຄູ-ອາຈານຈາກວິທະຍາໄລຄູຫຼວງນໍ້າທາ ເຂົ້າຮ່ວມຈຳນວນທັງໝົດ 18 ທ່ານ, ຍິງ 7 ທ່ານ.
ໃນໂອກາດນີ້ ທ່ານ ອຈ ປທ ນາງ ນວນຈັນ ທິບພະວົງ
ໄດ້ມີຄຳເຫັນຕໍ່ກອງປະຊຸມ ກ່ອນອື່ນ ທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນໃນການພັດທະນາວິຊາຊີບໂດຍສະເພາະການກະກຽມເອກະສານຕ່າງໆເພື່ອສອດຄ່ອງກັບເງື່ອນໄຂຂໍຕຳແໜ່ງວິຊາການທີ່ໄດ້ສະເໜີ.
ພ້ອມດຽວກັນນີ້ ທ່ານຍັງໄດ້ຊີ້ແນວທາງໃຫ້ບັນດາຄູ-ອາຈານທີ່ຂໍຕຳແໜ່ງວິຊາການໃນຊຸດນີ້ ຈົ່ງເພີ່ມທະວີເອົາໃຈໃສ່ພັດທະນາວິຊາສະເພາະຂອງຕົນເອງຢ່າງສະໝໍ່າສະເໝີ
ແລະ ທ່ວງທັນກັບສະພາບການຫັນປ່ຽນໃນໄລຍະໃໝ່.
ໃນວາລະດຳເນີນກອງປະຊຸມ
ທ່ານ ອຈ ປທ ສິນນະກອນ ສີເມືອງ ຮອງຫົວໜ້າຫ້ອງການສົ່ງເສີມວິຊາການໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກວດກາເອກະສານຂໍຕຳແໜ່ງວິຊາການໃນລະດັບວິທະຍາໄລຄູໂດຍທ່ານໄດ້ຍົກໃຫ້ເຫັນເຖິງຂັ້ນຕອງການດຳເນີນໜ້າວຽກ, ແນະນຳ ແລະ ຊຸກຍູ້ຜູ້ກະກຽມເອກະສານທີ່ກ່ຽວຂ້ອງເພື່ອສອດຄ່ອງກັບເງື່ອນໄຂຂອງຕຳແໜ່ງວິຊາການຄູທີ່ໄດ້ສະເໜີ.
ໃນກອງປະຊຸມຍັງໄດ້ຮັບຟັງທິດທາງ ແລະ ແຜນດຳເນີນການກວດກາເອກະສານຂໍຕຳແໜ່ງວິຊາການ ຈາກ ທ່ານ ສຸພີ ເພັດດາວົງ ຫົວໜ້າພະແນກກໍ່ສ້າງຄູ ເຊິ່ງກ່ອນອື່ນທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງຕຳແໜ່ງວິຊາການທີ່ມີຕໍ່ພະນັກງານຄູ-ອາຈານໃນລະດັບວິທະຍາໄລຄູ. ຈາກນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງບົດບາດ, ໜ້າທີ່ຂອງການກວດກາເອກະສານຂໍຕຳແໜ່ງວິຊາການໃນລະດັບກົມສ້າງຄູຢ່າງເລິກເຊິ່ງ.
ໃນການກວດກາເອກະສານຄັ້ງນີ້ ມີຄູ-ອາຈານທີ່ຂໍຕຳແໜ່ງວິຊາການຈາກວິທະຍາໄລຄູຫຼວງນໍ້າທາ ຈຳນວນທັງ ໝົດ 12 ທ່ານ, ຍິງ 8 ທ່ານ. ຫຼັງຈາກສຳເລັດແລ້ວ ໃນກອງປະຊຸມຍັງໄດ້ຮັບຟັງການນໍຳສະເໜີຜົນງານຈາກຄູ-ອາຈານທີ່ໄດ້ຕຳແໜ່ງວິຊາການແລ້ວ ຈຳນວນ 4 ທ່ານ, ຍິງ 2 ທ່ານ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນ ແລະ ໄດ້ສຳເລັດລົງໃນເວລາ 16:00 ຂອງວັນທີ 23 ກຸມພາ 2021 ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງນໍ້າທາ.
ວັນທີ 23 ກຸມພາ 2021
ນັກຂ່າວວິທະຍາໄລຄູຫຼວງນໍ້າທາ
ສົມແພງ ດວງປະເສີດ