ວັນທີ 22 ກຸມພາ 2021 ວິທະຍາໄລຄູ ຫລວງນໍ້າທາຈັດຊຸດອົບຮົມທາງໄກດ້ວຍລະບົບອອນລາຍ ການລ້ຽງປາໃນນາເຂົ້າໃຫ້ນັກສຶກສາໂດຍ ອາຈານ ເຢີ້ນເຕິງຫົງ ຊຽ່ວຊານຈາກວິທະຍາໄລກຸ່ຍໂຈ, ເຂົ້າຮ່ວມຂອງທ່ານ ອາຈານ ນາງ ນວນຈັນ ທິບພະວົງ ຮອງອຳນວຍການວິທະຍາໄລຄູຫລວງນໍ້າທາ, ຄູອາຈານ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບການລ້ຽງປາໃນນາເຂົ້າເປັນຕົ້ນແມ່ນການລ້ຽງດ້ວຍອາຫານ, ການຄຸ້ມຄອງ, ມາດຕະການດ້ານເຕັກນິກ ແລະ ແຜນຜັງການສ້າງພື້ນທີ່ນາ, ເລືອກນາທີ່ດີ, ສ້າງຄອງນໍ້າ, ຂຸມທີ່ໃຊ້ລ້ຽງປາໃຫ້ດີ, ການຄຸ້ມຄອງການລ້ຽງ, ການປ່ອຍປາ, ການເລືອກປະເພດແນວພັນປາ, ຂະຫນາດປາທີ່ຈະປ່ອຍ, ປະເພດປາທີ່ຈະນຳມາລ້ຽງມີ: ປາໄນ, ປານິນ, ປາກິນຫຍ້າ, ປາປາກ, ປາດຸກ ແລະ ປາໄຫລ ( ປາລັອດແລັດ ). ການຄຸ້ມຄອງຄຸນນະພາບນໍ້າ, ປະລິມານທີ່ຈະປ່ອຍ ແລະ ອື່ນໆ. ຮູບແບບໃນການຝຶກອົບຮົມຄັ້ງນີ້ແມ່ນໄດ້ຈັດການຝຶກທາງໄກດ້ວຍລະບົບອອນລາຍເພື່ອ ເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ -19 ທີ່ພວມລະບາດຢູ່ຫຼາຍປະເທດໃນໂລກ ແລະ ເປັນການພັດທະນາ, ສົ່ງເສີມເຮັດສຳມະນາກອນໄດ້ຮັບຮູ້ ແລະເຂົ້າໃຈຫລັກວິຊາການໃນວຽກງານການລ້ຽງປາໃນນາເຂົ້າເພື່ອນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດໃນສະຖານທີ່ມີເງື່ອນໄຂເຫມາະສົມ ແລະ ທັງເປັນການຜູກແຫນ້ນສາຍພົວພັນຮັກແພງ ລະຫວ່າງຄູອາຈານ ແລະ ນັກສຶກສາຂອງສອງຝ່າຍຄື: ວິທະຍາໄລຄູ ຫລວງນໍ້າທາ ສ ປປລາວ ກັບ ວິທະຍາໄລກຸ່ຍໂຈ ສປຈີນທີ່ໄດ້ມີມູນເຊື້ອສາຍພົວພັນອັນຍາວນານ ແລະ ເຂົ້າຮ່ວມກົນໄກການຮ່ວມມືດ້ານຕ່າງໆເພື່ອຫັນມາສົ່ງເສີມວິຊາຊີບພື້ນຖານແກ່ນັກສຶກສາຄູເພື່ອໃຫ້ຊົນນະບົດໃນຂອບເຂດທົ່ວປະເທດໄດ້ມີການພັດທະນາເວົ້າລວມ, ເວົ້າສະເພາະກໍ່ຄືແຂວງຫຼວງນໍ້າທາ ໃນຂົງເຂດວຽກງານກະສິກຳ ແລະ ລ້ຽງສັດທັງເປັນການສ້າງນັກວິຊາສາດດ້ານການເພາະພັນປາ ແລະ ລ້ຽງສັດ ແກ່ວິທະຍາໄລຄູຫຼວງນ້ຳທາ , ຊຸດຝຶກອົບຮົມເຕັກນິກການລ້ຽງປາໃນນາເຂົ້າລາວຈີນແມ່ນມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ກັບການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກແກ່ປະຊາຊົນທີ່ທໍາການຜະລິດ ແລະ ປູກຝັງລ້ຽງສັດ.
ກອງປະຊຸມເຝິກອົບຮົມດັ່ງກ່າວໄດ້ດໍາເນີນເປັນເວລາ 5 ວັນຈຶ່ງສຳເລັດດ້ວຍຄວາມຮູ້ທີ່ຫຼາກຫຼາຍ ແລະ ມີບັນຍາກາດ.