ໃນຕອນເຊົ້າ ເວລາ 9:00 ນາທີ ຂອງວັນທີ 25 ມີນາ 2021 ຢູ່ທີ່ວິທະຍາໄລຄູຫຼວງນໍ້າທາໄດ້ຈັດພິທີຕ້ອນຮັບ ຄະນະຄູ-ອາຈານມາຈາກວິທະຍາໄລຄູຄັງໄຂ. ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄຳສຸກ ທອງກ່ານ ຜູ້ອຳນວຍການວິທະຍາໄລຄູຫຼວງນໍ້າທາ ພ້ອມດ້ວຍຄະນະຄູ-ອາຈານ.ພິທີດັ່ງກ່າວຈັດຂື້ນ ພາຍໃຕ້ຫົວຂໍ້: “ ການແລກປ່ຽນບົດຮຽນ ລະຫວ່າງ ວິທະຍາໄລຄູຫຼວງນໍ້າທາ ແລະ ວິທະຍາໄລຄູຄັງໄຂ ກ່ຽວກັບວຽກງານຄຸ້ມຄອງການບໍລິຫານຂອງ 10 ຫ້ອງການ ແລະ ໂຮງຮຽນປະຖົມ, ມັດທະຍົມສາທິດ ”ເນື່ອງໃນໂອກາດມາຍ້ຽມຍາມແລກປ່ຽນບົດຮຽນ ທ່ານ ຄຳສຸກ ທອງກ່ານ ຜູ້ອຳນວນການວິທະຍາໄລຄູຫຼວງນໍ້າທາ ໄດ້ກ່າວຕ້ອນຮັບ ແລະ ສະເໜີຂໍ້ມູນກ່ຽວກັບທີ່ຕັ້ງ, ພາລະບົດບາດ, ຈຸດພິເສດ ຂອງວິທະຍາໄລຄູຫຼວງນໍ້າທາໂດຍຫຍໍ້. ຈາກນັ້ນ, ໃນພິທີຍັງໄດ້ຮັບຟັງ ການນໍາສະເໜີຂໍ້ມູນ ສະພາບລວມ, ຈຸດພິເສດ ຂອງວິທະຍາໄລຄູຄັງໄຂ ຈາກ ທ່ານ ທ່ານ ວັນນີ ຢ່າງເຈຍມົວ ຜູ້ອຳນວຍການວິທະຍາໄລຄູຄັງໄຂ. ຈາກນັ້ນກໍ່ຍັງໄດ້ມີການ ມອບ-ຮັບ ຂອງ ທີລະນຶກ ຈາກ ຜູ້ອຳນວຍການ ທັງສອງວິທະຍາໄລຄູ.ເພື່ອເປັນການແລກປ່ຽນບົດຮຽນໃຫ້ເລິກເຊີ່ງຂື້ນຕື່ມ ບັນດາຄະນະທີມງານຄູ-ອາຈານ ຈາກວິທະຍາໄລຄູຄັງໄຂ ໄດ້ເຂົ້າພົບປະໂອ້ລົມກັບ ຄະນະທີມງານຄູ-ອານຈານໃນວິທະຍາໄລຄູຫຼວງນໍ້າທາຢູ່ 10 ຫ້ອງການທີ່ຂື້ນກັບ. ໃນການແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງການບໍລິຫານ ໃນຄັ້ງນີ້ ຖືວ່າເປັນບາດກ້າວໜຶ່ງທີ່ສຳຄັນໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມຍັງໄດ້ບົດຮຽນໃນການພັດທະນາທັງ 2 ວິທະຍາໄລຄູ ໃຫ້ມີຄວາມເຂັ້ມແຂງທາງດ້ານການບໍລິຫານຫ້ອງການຍິ່ງຂື້ນ.
ພິທີແລກປ່ຽນບົດຮຽນ ໄດ້ດຳເນີນໄປເປັນເວລາ 1 ວັນ ແລະ ໄດ້ສຳເລັດລົງໃນວັນທີ 25 ມີນາ 2021 ທີ່ວິທະຍາໄລຄູຫຼວງງນໍ້າທາ.
ນັກຂ່າວວິທະຍາໄລຄູຫຼວງນໍ້າທາ
ສົມແພງ ດວງປະເສີດ