ໃນຕອນເຊົ້າຂອງວັນທີ 7 ຕຸລາ 2020 ທີ່ສະໂມສອນຂອງວິທະຍາໄລຄູຫຼວງນໍ້າທາ ໄດ້ເປີດພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 26 ປີ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ປະລິນຍາໂທ ຄຳສຸກ ທອງກ່ານ ຜູ້ອຳນວຍການວິທະຍາໄລຄູຫຼວງນໍ້າທາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ຄູອາຈານ, ແຂກທີ່ຖືກເຊີນ ຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.