ໃນຕອນບ່າຍຂອງວັນທີ 30 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງວິທະຍາໄລຄູຫຼວງນໍ້າທາ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງອາຄານຮຽນ ປະຈຳ ສົກຮຽນ 2020-2021 ໂດຍການເປັນປະທານຂອງ ທ່ານ ປະລິນຍາໂທ ຄຳສຸກ ທອງກ່ານ ຜູ້ອໍານວຍການ ວິທະຍາໄລຄູຫຼວງນໍ້າທາ, ມີບັນດາຮອງຫົວໜ້າຫ້ອງການສາຍ, ຄູອາຈານທີ່ຮັບຜິດຊອບວຽກງານອະນາໄມ ຕະຫຼອດຮອດນັກສຶກສາທີ່ຕາງໜ້າຫ້ອງແຕ່ລະຫ້ອງຂອງທຸກສາຍທຸກລະບົບເຂົ້າຮ່ວມ 40 ກວ່າ ຄົນ.