ໂດຍປະຕິບັດຕາມປະຕິທິນປະຈຳປີຂອງວິທະຍາໄລຄູຫຼວງນໍ້າທາ ສົກຮຽນ 2020-2021, ໃນວັນທີ 25 ສິງຫາ 2020 ຢູ່ທີ່ວິທະຍາໄລຄູຫຼວງນໍ້າທາ ຈັດການສອບເສັງຄັດເລືອກນັກຮຽນເຂົ້າຮຽນສົກຮຽນໃໝ່ຂື້ນ ໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳສຸກ ທອງກ່ານ ເລຂາຄະນະພັກຮາກຖານ ຜູ້ອຳນວຍການ ເປັນປະທານ. ຈຸດປະສົງຂອງການສອບເສັງຄັດເລືອກນັກຮຽນເຂົ້າຮຽນ ສົກຮຽນ 2020-2021 ເພື່ອເປັນການຄັດເອົານັກຮຽນທີ່ມີຄຸນນະພາບເຂົ້າຮຽນ.