ສະຖາບັນການສືກສາຄູ ຄຸນນະພາບສູງ ແຫຼ່ງການຮຽນຮູ້
ກ້າວສູ່ການພັດທະນາ ທ້ອງຖິ່ນ ແລະ ພາກພື້ນ
Tel & Fax:086 312 201
-
- ຂ່າວພາຍໃນວິທະຍາໄລຄູຫຼວງນ້ຳທາ
ໃນວັນທີ 21 ເມສາ 2023 ຢູ່ທີ່ສະໂມສອນວິທະຍາໄລຄູຫຼວງນໍ້າທາໄດ້ຈັດພິທີສູດເພື່ອສົ່ງເຄາະ, ສູດລົດນໍ້າ, ບາສີສູ່ຂວັນ ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວ ພສ. 2566 ເຊິ່ງນໍາພາໂດຍ ທ່ານ ຄໍາສຸກ ທອງກ່ານ ເລຂາຄະນະພັກຮາກຖານຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ ພ້ອມດ້ວຍຄະນະ, ມີຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາກວິຊາ, ຮອງພາກວິຊາ ຕະຫຼອດຮອດພະນັກງານຄູ-ອາຈານກໍເຂົ້າຮ່ວມຢ່າງພ້ອມພຽງ