Disable Preloader
  • 086 312 201
  • ໂທ & ແຟ໋ກ
  • Login /
  • Register
Mail Us Today
lntttccollege@gmail.com
Call us for more details
+(086)312 201
ຈຳນວນຜູ້ເຂົ້າຊົມ
Free track counters
  • ໜ້າຫຼັກ
  • ເບີ່ງຄະແນນ
  • ສະຫວັດດີການ
  • ກົດລະບຽບນັກສືກສາ
  • ກົດລະບຽບຫໍພັກ
  • ສະຖາບັນການສ້າງຄູ ຄຸນນະພາບສຸງ ແຫຼ່ງການຮຽນຮູ້
    ກ້າວສູ່ການພັດທະນາທ້ອງຖິ່ນ ແລະ ພາກພື້ນ

​ສະຫວັດດີການນັກສືກສາ

I. ນະໂຍບາຍຄຸ້ມຄອງສະຫວັດດີການຂອງນັກສືກສາ.
ນັກສຶກສາທຸກຄົນປະກອບເງີນສະຫວັດດີການຜູ້ລະ 20,000 ກີບ / ສົກຮຽນ
ມາດຕາ 1: ວ່າດ້ວຍການຈ່າຍເງີນໃຫ້ນັກສຶກສາທີ່ເຈັບນອນໂຮງໝໍ:
1. ນ້ຳມັນລົດຈັກສົ່ງຄົນເຈັບໄປໂຮງໝໍ 10.000 ກີບ/ຄັ້ງ
2. ນ້ຳມັນລົດໃຫຍ່ສົ່ງຄົນເຈັບໄປໂຮງໝໍ 3 ລິດ/ຄັ້ງ(ລົດໂຮງຮຽນ)
3. ຄາແຮງງານໂຊເຝີລົດສົ່ງຄົນເຈັບໄປໂຮງໝໍ 20,000 ກີບ/ຄັ້ງ(ນອກໂມງການ)
4. ຄ່າແຮງງານອາຈານຖືກປຶກສາຫ້ອງ ຫຼື ອາຈານປະຈຳຫໍພັກສົ່ງຄົນເຈັບໄປໂຮງໝໍ 20,00 ກີບ/ຄັ້ງ (ນອກໂມງການ)
5. ຄ່າແຮງງານນັກສືກສາໄປນອນເຝົາຄົນເຈັບຢູ່ໂຮງໝໍກາງເວັນ 15,000 ກີບ/ຄົນ ຈຳນວນ 2 ຄົນ, ກາງຄືນ 20,000 ກີບ/ຄົນ ຈຳນວນ 2 ຄົນ
6. ນອນໂຮງໝໍກອງທຶນຊ່ວຍເຫຼື່ອ 5,000/ວັນ
7. ຊ່ວຍຄ່າຢາປີນປົວໃນວົງເງີນບໍເກີນ 300,000 ກີບ ລົງມາ/ຄົນ
ຖ້າອາການເຈັບສັບສົນບໍ່ສາມາດປີ້ນປົວຢູ່ໂຮງໝໍທ້ອງຖີນໄດ້. ຈະນຳສົ່ງໄປປີ້ນປົວຢູ່ໂຮງໝໍທີ່ຈະເລີນກວ່າ (ແມ່ນເປັນພະລະຂອງຜູ້ປົກຄອງ)
ມາດຕາ 2: ກໍລະນີຜ່າຕັດ (ຕາມໃບຢັ້ງຢື້ນຂອງແພດ)
1. ຜ່າຕັດນ້ອຍຈະຊ່ວຍ 200,000 ກີບ/ຄົນ/ຄັ້ງ
2. ຜ່າຕັດກາງຈະຊ່ວຍ 300,000 ກີບ/ຄົນ/ຄັ້ງ
3. ຜ່າຕັດໃຫຍ່ຈະຊ່ວຍ 500,000 ກີບ/ຄົນ/ຄັ້ງ
4. ຖ້າເສ່ຍຊີວິດຈະຊ່ວຍ 1,000,000 ກີບ/ຄົນ/ຄັ້ງ
ມາດຕາ 3: ວິທີ່ຈັດຕັ້ງປະຕິບັດ
- ທາງກອງທຶນຈະຊ່ວຍອຸດໜູນສະມາຊິກໃນເວລາຮຽນຢູ່ວິທະຍາໄລຄູຫຼວງນ້ຳທາເທົ່ານັ້ນ. ກໍລະນີເຈັບເປັັນເວລາພັກພາກຮຽນ - ສີນປີຮຽນຈະບໍ່ອຸດໜູນໃຫ້
- ຖ້າຈ່າຍເງີນອຸດໜູນມາດຕາ 1 ແລ້ວຈະບໍ່ຈ່າຍມາດຕາ 2 ( ຈ່າຍແຕ່ມາດຕາ 1 ຂໍ້ 6 )
- ຈະຈ່າຍເງີນອຸດໜູນຜູ້ທີ່ມອບເງີນເຂົ້າຄັ້ງສະຫວັດດີການເປັນປະຈຳເທົ່ານັ້ນ. (ໃນປີໜື່ງບໍ່ເກີນ 2 ຄັ້ງ)
- ເງີນສະຫວັດດີການນີ້ເມື່ອຮຽນຈົບ, ຍົກຍ້າຍອອກໄປ ຫຼື ຖືກຕັດອິດສະຫຼະພາບຈະບໍ່ສົ່ງຄືນໃຫ້
- ໃນກໍລະນີຂໍເງີນອຸດໜູນຕ້ອງປະກອບເອກະສານດັ່ງນີ້: ໃບຄຳຮ້ອງຂຽນດ້ວຍຕົນເອງ ເຊັນຜ່ານຫົວໜ້າຫ້ອງທີ່ຕົນສັງກັດຢູ່, ອາຈານທີ່ປຶຫສາຫ້ອງ, ຫຼື ອາຈານປະຈຳຫໍພັກ, ຫົວໜ້າໜ່ວຍງານສະຫວັດດີການ, ພ້ອມທັງໃບເຂົ້າ - ອອກໂຮງໝໍ ແລະ ໃບບີນຢາຕາມແພດສັງປະກອບມາພ້ອມແລ້ວມອບໃຫ້ໜ່ວຍງານສະຫວັດດີການນັກສຶກສາເປັນຜູ້ຮັບຜິດຊອບແລ່ນຈົນສຳເລັດ
- ຫ້ອງການກິດຈະກຳນັກສຶກສາໂດຍສະເພາະແມ່ນໜ່ວຍງານສະຫວັດດີການນັກສຶກສາຈະຄຸ້ມຄອງເງີນທີ່ເປັນຕົວເລກທັງໝົດສ່ວນເງີນສົດມອບໄວ້ຄັ້ງໂຮງຮຽນ.
- ໜ່ວຍງານສະຫວັດດີການນັກສຶກສາຈະຄຸ້ມຄອງເງີນໄວ້ແກ້ໄຂສຸກເສີນຈຳນວນ 3,000,000 ກີບ, ພາຍຫຼັງຈ່າຍແຕ່ລະຄັ້ງຕ້ອງໄດ້ສະຫຼຸບ, ສະເໜີເພື່ອເອົາເງີນທົດແທນຄືນໃຫ້ມີ 3,000,000 ກີບຄືເກົ່າ.
ມາດຕາ 4: ຂໍ້ກໍານົດສະບັບນີ້ມີຜົນສັກສິດນັບແຕ່ມືລົງລາຍເຊັນເປັນຕົ້ນໄປ(ຂໍ້ກຳນົດໄດ້ຫາກຄັດກັບສະບັບນີ້ຖືວ່າລົບລ້າງ)

ກົດລະບຽບນັກສືກສາ

ກົດລະບຽບທົ່ວໄປຂອງນັກສຶກສາວິທະຍາໄລຄູຫຼວງນ້ຳທາ
ນັກສຶກສາທຸກຄົນມີຄະແນນລວມ 300 ຄະແນນ / ສົກຮຽນ.
ມາດຕາ 1: ສິດ, ພັນທະ ແລະ ໜ້າທີ່ຂອງນັກສຶກສາ.
1. ຕ້ອງປະຕິບັດຕາມແນວທາງນະໂຍບາຍຂອງພັກ - ລັດ ແລະ ກົດລະບຽບຂອງວິທະຍາໄລຄູວາງອອກຢ່າງເຂັ້ມງວດ.
2. ຕ້ອງຕັ້ງໜ້າເຝິກຝົນຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ປະຕິບັດໜ້າທີ່ເປັນພົນລະເມືອງດີຂອງຊາດ.
3. ຕ້ອງຕັ້ງໜ້າປະຕິບັດທຸກມະຕິຄຳສັ່ງ ແລະ ເຂົ້າຮ່ວມກິດຈະກຳຕ່າງໆທີ່ທາງວິທະຍາໄລຄູຫຼວງນ້ຳທາວາງອອກ.
4. ຕ້ອງຕັ້ງໜ້າປະຕິບັດຂໍ້ກຳນົດກົດລະບຽບ ແລະ ປະກາດແຈ້ງການຕ່າງໆ ຂອງວິທະຍາໄລຄູຫຼວງນ້ຳທາວາງອອກ.
5. ຕ້ອງເຄົາລົບນັບຖື, ປະຕິບັດຄໍາສັ່ງສອນ ຂອງຜູ້ອໍານວຍການ, ຄູ - ອາຈານ, ພະນັກງານຜູ້ອາວຸໂສ, ຜູ້ປົກຄອງ, ພໍ່ແມ່ປະຊາຊົນ ແລະ ນັກສຶກສາດ້ວຍກັນ.
6. ປົກປັກຮັກສາວັດຖຸສິ່ງຂອງ, ອາຄານສະຖານທີ່ຕ່າງໆ ຂອງວິທະຍາໄລຄູ.
7. ຕ້ອງຮຽນໃຫ້ຄົບຕາມຫຼັກສູດຂອງກົມສ້າງຄູ ກໍຄືກະຊວງສຶກສາທິການ ແລະ ກິລາວາງອອກ.
8. ຕ້ອງມີຄວາມຮັບຜິດຊອບສູງໃນການນຳໃຊ້ອຸປະກອນການສຶກສາ, ສື່ການຮຽນ - ການສອນ ແລະ ແຫຼ່ງຂໍ້ມູນອື່ນໆ.
9. ສາມາດເຂົ້າເປັນສະມາຊິກຂອງອົງການຈັດຕັ້ງຕ່າງໆຕາມເງື່ອນໄຂ ແລະ ກົດລະບຽບຂອງອົງການຈັດຕັ້ງນັ້ນ.
10. ປະກອບຄຳຄິດຄຳເຫັນຕາມຂັ້ນຕໍ່ອົງການຈັດຕັ້ງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.
11. ສະໝັກປະກອບສ່ວນວຽກງານຕ່າງໆພາຍໃນສະຖາບັນ ແລະ ສັງຄົມ.
12. ປະຕິບັດ ສິດ, ໜ້າທີ່, ພັນທະອື່ນໆ ຕາມລະບຽບວິທະຍາໄລຄູ ແລະ ກົດໝາຍ.
13. ຕ້ອງຮັກສາຄວາມລັບ ແລະ ກຽດສັກສີ ຂອງວິທະຍາໄລຄູເປັນຢ່າງດີ.
ມາດຕາ 2: ເຄື່ອງແບບຂອງນັກສຶກສາ.
1. ເຄື່ອງແບບຂອງນັກສຶກສາຊາຍ:
- ໂສ້ງຂາຍາວສຸພາບ ສີດຳ ຫຼື ສີໝາກຄໍ້ແກ່ ບໍ່ໃຫ້ຄັບ ຫຼື ຫຼົມເກີນໄປ, ຂະໜາດຄວາມກວ້າງຂອງຕີນໂສ້ງ 18-22 cm ແລະ ບໍ່ໃຫ້ຍາວ ຫຼື ສັ້ນຈົນເກີນໄປ.
- ເສື້ອເຊີດສີຂາວ ແຂນຍາວ ຫຼື ແຂນສັ້ນ ມີໂລໂກ້ ຂອງວິທະຍາໄລຄູຫຼວງນ້ຳທາຕິດແຂນເສື້ອທາງເບື້ອງຊ້າຍ ແລະ ເອົາເສື້ອເຂົ້າໃນໂສ້ງ.
- ສາຍຮັດຢາງ ຫຼື ໜັງ ສີດໍາ ( ຫົວສາຍຮັດບໍ່ໃຫ້ໃຫຍ່ຈົນເກີນໄປ ).
- ໃສ່ເກີບໜັງຄັດມັນທີ່ເປັນສີດຳບໍ່ມີລາຍແຊກ ໃນເວລາຂື້ນຫ້ອງຮຽນ ແລະ ລວມວັນສຳຄັນຕ່າງໆ.
- ໃສ່ກາລະວັດ ແລະ ຕິດບັດນັກສຶກສາຕາມທາງວິທະຍາໄລຄູຫຼວງນ້ຳທາກຳນົດໃຫ້.
- ນຸ່ງຊຸດຊົນເຜົ່າຂອງຕົນເອງທຸກໆວັນອັງຄານ (ຕ້ອງເປັນຊຸດຊົນເຜົ່າແທ້ໆ ແລະ ນຸ່ງໃຫ້ຄົບເປັນຊຸດ).
- ຖ້ານັກສຶກສາບໍ່ມີຊຸດຊົນເຜົ່າເຕັມຊຸດ ( ຄົບຊຸດ ) ແມ່ນໃຫ້ໃສ່ຊຸດນັກສຶກສາ.
- ນຸ່ງເສື້ອຊາວໜຸ່ມໃນທຸກໆ ວັນ ພຸດ
2. ເຄື່ອງແບບຂອງນັກສຶກສາຍິງ:
- ສີ້ນສຳເລັດສີດຳ ຕີນຕໍ່າຂາວ(ຕາມແບບ), ບໍ່ມີຖົງສິ້ນ, ຕີນສິ້ນກວ້າງ 15 cm ຄວາມຍາວຂອງສິ້ນ ແມ່ນໃຫ້ພຽງກາງແຄ່ງ ແລະ ບໍ່ແມ່ນສິ້ນແອວລອຍ.
- ເສື້ອເຊີດສີຂາວ ແຂນຍາວ ຫຼື ແຂນສັ້ນ ( ບໍ່ຮັດໂຕ ຫຼື ຮັດສັດສ່ວນຈົນເກີນໄປ ) ມີໂລໂກ້ ຂອງວິທະຍາໄລຄູຫຼວງນ້ຳທາຕິດແຂນເສື້ອທາງເບື້ອງຊ້າຍ ແລະ ເອົາເສື້ອເຂົ້າໃນສິ້ນ.
- ສາຍຮັດຢາງ ຫຼື ສາຍຮັດໜັງ ສີດໍາ (ຫົວສາຍຮັດບໍ່ໃຫ້ໃຫຍ່ຈົນເກີນໄປ).
- ເກີບໜັງ ຫຼື ເກີບຢາງ ທີ່ຫຸ້ມສົ້ນ, ຫຸ້ມຫົວ ຕ້ອງເປັນສີດໍາບໍ່ມີລາຍແຊກ ສົ້ນບໍ່ໃຫ້ສູງເກີນ 2 cm.
- ໃສ່ກາລະວັດ ແລະ ຕິດບັດນັກສຶກສາຕາມທາງວິທະຍາໄລຄູຫຼວງນ້ຳທາກຳນົດໃຫ້.
- ນຸ່ງຊຸດຊົນເຜົ່າຂອງຕົນເອງທຸກໆວັນອັງຄານ, ຖ້າມີບໍ່ຄົບຊຸດແມ່ນໃຫ້ນຸ່ງຊຸດນັກສຶກສາ (ສໍາລັບຊົນເຜົ່າລາວ ແມ່ນບໍ່ໃຫ້ນຸ່ງຊຸດໄໝ).
- ນຸ່ງເສື້ອຊາວໜຸ່ມໃນທຸກໆ ວັນພຸດ
ມາດຕາ 3: ຊົງຜົມຂອງນັກສຶກສາ
1. ຊົງຜົມຂອງນັກສຶກສາຊາຍ:
- ຕ້ອງຕັດຜົມຈອນບາງ ທາງໜ້າສັ້ນພໍດີຮອດຫົວຄິ້ວ, ບໍ່ແບ່ງຜົມກາງເຄິ່ງ, ບໍ່ຍ້ອມສີຜົມ (ຍ້ອມສີດໍາໄດ້)ບໍ່ເຮັດ
ຊົງຜົມຕັ້ງ ແລະ ບໍ່ໃຫ້ຍາວເກີນໄປ.
2. ຊົງຜົມຂອງນັກສຶກສາຍິງ:
- ຕ້ອງຫວີຜົມເປັນລະບຽບ, ບໍ່ໃຫ້ເກົ້າຜົມສູງເກີນໄປ, ບໍ່ໃຫ້ມີຍອຍລົງທາງໜ້າ ແລະ ທາງຂ້າງ, ບໍ່ໃຫ້ຕັດຜົມໜ້າມ້າ ຫຼື ຕັດຜົມບັອກ ແລະ ບໍ່ໃຫ້ຍ້ອມສີຜົມ ( ຍ້ອມສີດໍາໄດ້ ).
- ມັດ ຫຼື ເປຍ, ບໍ່ໃຫ້ປະຜົມ, ບໍ່ໃຫ້ມັດ ຫຼື ເປຍຜົມເຄິ່ງໜຶ່ງ ແລ້ວປະຜົມໄວ້.
ມາດຕາ 4: ການແຕ່ງກາຍຂອງນັກສຶກສາ.
ນັກສຶກສາຍິງ ແລະ ຊາຍ ຕ້ອງນຸ່ງຖືຕາມການກໍານົດ ຂອງວິທະຍາໄລຄູຫຼວງນໍ້າທາວາງອອກເຊັ່ນ: ເຄື່ອງນຸ່ງຕ້ອງສະອາດ, ບໍ່ໃຫ້ຈົ່ງເລັບຕີນ - ເລັບມືຍາວ, ບໍ່ທາສີເລັບ, ບໍ່ໃຫ້ຈົ່ງໜວດ, ບໍ່ໃຫ້ແຕ່ງໜ້າ ແລະ ທາສີປາກເຂັ້ມເກີນຂອບເຂດ.
ມາດຕາ 5: ການປະຕິບັດໂມງຂຶ້ນຫ້ອງ.
ນັກສຶກສາທຸກຄົນຕ້ອງຂຶ້ນຫ້ອງກ່ອນຄູ - ອາຈານ 15 ນາທີ ແລະ ຮ້ອງເພງລໍຖ້າຄູ, ການພົວພັນວຽກຢູ່ຫ້ອງການຕ່າງໆ ຕ້ອງມາໃນໂມງລັດຖະການ ແລະ ແຕ່ງກາຍສຸພາບ.
ມາດຕາ 6: ການປົກປັກຮັກສາຊັບສົມບັດ.
ນັກສຶກສາທຸກຄົນຕ້ອງມີສະຕິ ປົກປັກຮັກສາຊັບສົມບັດສ່ວນລວມ ແລະ ສ່ວນບຸກຄົນ ໃນກໍລະນີຕົກເຮ່ຍເສຍຫາຍ ແລະ ເປ່ເພ ຜູ້ກ່ຽວຕ້ອງໄດ້ໃຊ້ແທນຕາມມູນຄ່າທີ່ໂຮງຮຽນຕີລາຄາ, ຖ້າເປັນຊັບສົມບັດສ່ວນຕົວ ຜູ້ກ່ຽວຕ້ອງຮັບຜິດຊອບເອົາເອງ. ມາດຕາ 7: ການຂໍລາພັກຊົ່ວຄາວ.
ນັກສຶກສາທຸກຄົນ ຕ້ອງຂຽນໃບລາພັກ ຜ່ານການຈັດຕັ້ງຕາມລໍາດັບທີ່ກ່ຽວຂ້ອງ ເຊິ່ງມີເງື່ອນໄຂດັ່ງລຸ່ມນີ:
- ກໍລະນີເຈັບເປັນຕ້ອງມີໃບຢັ້ງຢືນຈາກແພດ ຫຼື ໂຮງໝໍທີ່ນັກສຶກສາໄດ້ເຂົ້າປິ່ນປົວ.
- ຖ້າມີຄວາມຈຳເປັນສ່ວນຕົວຕ້ອງມີບຸກຄົນ, ຜູ້ປົກຄອງ, ອໍານາດການປົກຄອງ ຫຼື ການຈັດຕັ້ງມາຢັ້ງຢືນ.
- ການລາພັກທຸກຄັ້ງຕ້ອງແຈ້ງສະຖານທີ່ພັກເຊົາຢ່າງລະອຽດ.
- ໃນໄລຍະລາພັກນັ້ນຕ້ອງຮັບຜິດຊອບບັນຫາຕ່າງໆທີ່ເກີດຂຶ້ນດ້ວຍຕົນເອງ.
ມາດຕາ 8: ການພົ້ນສະຖານະພາບເປັນນັກສຶກສາ ວິທະຍາໄລຄູຫຼວງນ້ຳທາ.
- ໄດ້ຮັບວຸດທິບັດ ຈົບຈາກວິທະຍາໄລຄູຫຼວງນ້ຳທາ.
- ຜິດລະບຽບຖືກຕັດຄະແນນຄຸນສົມບັດ 300 ຄະແນນ.
- ເປັນພະຍາດຕິດແປດ ຫຼື ຖືກອຸປະຕິເຫດ ທີ່ເປັນອຸປະສັກຕໍ່ອາຊີບຄູ.
- ຂາດຮຽນໂດຍບໍ່ໄດ້ຮັບອະນຸຍາດເກີນຂອບເຂດທີ່ທາງວິທະຍາໄລຄູກຳນົດໄວ້, ປະລະການຮຽນ ແລະ ເສຍຊີວິດ.
ມາດຕາ 9: ຂໍ້ຫ້າມຕ່າງໆ ຂອງນັກສຶກສາ.
1. ຫ້າມລະເມີດກົດລະບຽບຂອງວິທະຍາໄລຄູວາງອອກ ແລະ ການກະທຳທຸກຢ່າງທີ່ຜິດຕໍ່ກົດໝາຍບ້ານເມືອງເດັດຂາດ.
2. ຫ້າມຂາດຮຽນໂດຍບໍ່ໄດ້ຮັບອະນຸຍາດ.
3. ຫ້າມທຳການທຸຈະລິດໃນເວລາກວດກາ ແລະ ສອບເສັງ.
4. ຫ້າມທຳລາຍ ແລະ ປອມແປງເອກະສານຕ່າງໆຂອງວິທະຍາໄລຄູ ແລະ ເອກະສານທາງລັດຖະການຕ່າງໆ.
5. ຫ້າມສ້າງຄວາມແຕກແຍກຄວາມສາມັກຄີ, ສ້າງຄວາມປັ່ນປ່ວນ, ສ້າງກຸ່ມກ້ອນຕ່າງໆ, ຈັດຕັ້ງອົງການໃດໜຶ່ງ ຫຼື ໂຮມຊຸມນຸມໂດຍບໍ່ໄດ້ຮັບອານຸຍາດ.
6. ຫ້າມເອົາສິ່ງຂອງສ່ວນລວມມາເປັນຂອງສ່ວນຕົວ ແລະ ຍົກຍ້າຍໂດຍບໍ່ໄດ້ຮັບອະນຸຍາດ ພ້ອມທັງບໍ່ລັກໂລບເອົາຂອງຜູ້ອື່ນເດັດຂາດ.
7. ຫ້າມນຳເອົາອາວຸດທີ່ເປັນອັນຕະລາຍທຸກປະເພດເຂົ້າມາພາຍໃນວິທະຍາໄລຄູຫຼວງນ້ຳທາເດັດຂາດ.
8. ຫ້າມເສບ, ຈໍາໜ່າຍ ແລະ ຄອບຄອງສິ່ງເສບຕິດ ທີ່ຜິດກົດໝາຍທຸກປະເພດ.
9. ຫ້າມພົວພັນສັງຄົມບ່າວ - ສາວທຸກໍລະນີໃນໄລຍະທີ່ເປັນນັກສຶກສາຢູ່ທີ່ວິທະຍາໄລຄູ.
10. ຫ້າມນຳໃຊ້, ເຜີຍແຜ່ ແລະ ຄອບຄອງສິ່ງລາມົກອານາຈານຕ່າງໆ.
11. ຫ້າມດື່ມເຫຼົ້າ - ເບຍ, ມົ້ວສຸມຫຼິ້ນກິນເຮຮາພາຍໃນວິທະຍາໄລຄູ ຢ່າງເດັດຂາດ.
12. ຫ້າມຫຼິ້ນການພະນັນທຸກປະເພດ.
13. ຫ້າມນັກສຶກສາໃສ່ເຄື່ອງແບບຂອງສະຖາບັນ ມົ້ວສຸມຫຼິ້ນກິນເຮຮາຕາມສະຖານທີ່ຕ່າງໆຢ່າງເດັດຂາດ.
14. ຫ້າມດື່ມເຫຼົ້າ, ເບຍ ຫຼື ສິ່ງມືນເມົາຕ່າງໆຫຼາຍເກີນຂອບເຂດ.
15. ຫ້າມຜິດຖຽງ ແລະ ອາລະວາດຕີກັນຢູ່ພາຍໃນ ແລະ ພາຍນອກຢ່າງເດັດຂາດ.
16. ຫ້າມທຳລາຍວັດຖຸສິ່ງຂອງ ແລະ ອາຄານສະຖານທີ່ຕ່າງໆ.
17. ຫ້າມກັບບ້ານໂດຍບໍ່ໄດ້ຮັບອະນຸຍາດ.
18. ຫ້າມຖິ້ມເສດອາຫານ ແລະ ຂີ້ເຫຍື້ອຊະຊາຍ.
19. ຫ້າມສູບຢາໃນຫ້ອງຮຽນ, ຫ້ອງນອນ ແລະ ສະຖານທີ່ທາງລັດຖະການ.
20. ຫ້າມໃຊ້ໂທລະສັບໃນເວລາຂຶ້ນຫ້ອງ (ກໍລະນີໃຊ້ຂື້ນກັບອາຈານປະຈຳວິຊາ)
21. ຫ້າມນັກສຶກສານຸ່ງສິ້ນແອວລອຍ, ສິ້ນ - ໂສ້ງສັ້ນເກີນໄປຢູ່ພາຍໃນບໍລິເວນວິທະຍາໄລຄູຢ່າງເດັດຂາດ.
22. ຫ້າມບໍ່ໃຫ້ນັກສຶກສາໃສ່ວັດຖຸທີ່ມີລາຄາແພງ.
23. ຫ້າມນັກສຶກສາຊາຍບ່ອງຫູ ຢ່າງເດັດຂາດ.
24. ຫ້າມນັກສຶກສານຸ່ງຊຸດເຄື່ອງແບບອື່ນທີ່ຄັດກັບຊຸດເຄື່ອງແບບນັກສຶກສາທີ່ທາງວິທະຍາໄລຄູກຳນົດໄວ້ໃນເວລາຂຶ້ນ ຫ້ອງ, ລວມ ແລະ ພົວພັນວຽກທາງລັດຖະການຢ່າງເດັດຂາດ.
25. ຫ້າມເຄື່ອນໄຫວທຸກກໍລະນີທີ່ມີຜົນເສຍຕໍ່ບຸກຄົນອື່ນ, ຕໍ່ການຈັດຕັ້ງ ແລະ ສັງຄົມ.
26. ຫ້າມນັກສຶກສາແຕ່ງງານໂດຍບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ.
27. ຫ້າມນັກສຶກສາຍິງທີ່ແຕ່ງງານແລ້ວຖືພາ ໃນໄລຍະທີ່ຍັງຮຽນຢູ່ວິທະຍາໄລຄູຢ່າງເດັດຂາດ.
28. ຫ້າມນັກສຶກສາລົງຮູບຕົນເອງທາງເຟດສ໌ບຸກໃນເວລາດື່ມເຫຼົ້າ, ເຂົ້າຮ້ານກິນ - ດື່ມ ຫຼື ພຶດຕິກຳທີ່ບໍ່ເໜາະສົມ.
29. ຫ້າມນັກສຶກສາລົງຮູບຄົນອື່ນໃນເຟສບຸກໂດຍບໍ່ໄດ້ຮັບອະນຸຍາດ.
30. ຫ້າມນັກສຶກສາປີນຮົ້ວກຳແພງເຂົ້າໃນວິທະຍາໄລຄູຢ່າງເດັດຂາດ.
ມາດຕາ 10: ການລົງໂທດ ແລະ ຕັດຄະແນນຄຸນສົມບັດນັກສຶກສາທີ່ຜິດລະບຽບ.
1. ຈັດຕັ້ງອົງການໃດໜຶ່ງ, ສ້າງກຸ່ມກ້ອນ ແລະ ໂຮມຊຸມນຸມທີ່ມີລັກສະນະຕໍ່ຕ້ານແນວທາງຂອງພັກ-ລັດ ໂດຍບໍ່ໄດ້ຮັບອະນຸຍາດ ຕັດ 300 ຄະແນນ.
2. ເສບ, ຊື້-ຂາຍ, ຄອບຄອງສິ່ງເສບຕິດທີ່ຜິດກົດໝາຍ ແລະ ສານທີ່ຕ້ອງຫ້າມທຸກຊະນິດ ຕັດ 300 ຄະແນນ.
3. ມີອາວຸດສົງຄາມໄວ້ໃນຄອບຄອງ ຕັດ 300 ຄະແນນ.
4. ຊຸກຍູ້, ສົ່ງເສີມສິ່ງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ສ້າງຄວາມແຕກແຍກຄວາມສາມັກຄີ ແລະ ອຳນວຍຄວາມສະດວກໃຫ້ບຸກຄົນ ຫຼື ກຸ່ມຄົນບໍ່ດີເຂົ້າມາໃນວິທະຍາໄລຄູ ຕັດ 300 ຄະແນນ.
5. ປອມແປງ ແລະ ທຳລາຍເອກະສານທາງລັດຖະການ ຕັດ 300 ຄະແນນ.
6. ກະທຳຄວາມຜິດ ໃນຄະດີອາຍາຖືກກັກຂັງ ຕັດ 300 ຄະແນນ.
7. ພົວພັນບ່າວ - ສາວບຸກຄົນອື່ນທາງໃນ - ທາງນອກ, ບຸກຄົນທີ່ມີຄອບຄົວທີ່ຜິດກັບຮີດຄອງປະເພນີ ຫຼື ແຕ່ງງານໂດຍບໍ່ໄດ້ຮັບອະນຸຍາດຈາກວິທະຍາໄລຄູ ( ໄດ້ນອນນໍາກັນພໍໃຈ ຫຼື ບໍ່ພໍໃຈ ) ຕັດ 275 ຄະແນນ/ຄັ້ງ ປັບໃໝເປັນເງີນ 200,000 ກີບ/ຄົນ(ກໍລະນີເປັນນັກສຶກສາປີສຸດທ້າຍແມ່ນໂຈະການຮັບໃບປະກາດ 1 ປີ).
8. ກໍ່ກວນ, ອາລະວາດ, ຕີກັນ ແລະ ສ້າງຄວາມບໍ່ສະຫງົບ ພາຍໃນ ຫຼື ພາຍນອກ ຕັດ 200 ຄະແນນ/ຄັ້ງ.
9. ລັກວັດຖຸສິ່ງຂອງ, ສໍ້ໂກງ ຜູ້ອື່ນ ມີມູນຄ່າ 20,000 ກີບຂຶ້ນໄປ ແມ່ນຈະໄດ້ທົດແທນຄືນ, ຕັດ 100 ຄະແນນ/ຄັ້ງ
10. ທຳລາຍປ້າຍປະກາດ ຫຼື ປ້າຍໂຄສະນາຕ່າງໆທາງລັດຖະການ ຕັດ 150 ຄະແນນ /ຄັ້ງ.
11. ໃຊ້ວາຈາບໍ່ສຸພາບຕໍ່ຄູ - ອາຈານ, ພະນັກງານ ແລະ ໝູ່ເພື່ອນດ້ວຍກັນ ຕັດ 100 ຄະແນນ/ຄັ້ງ.
12. ຫຼີ້ນການພະນັນທຸກປະເພດທີ່ຜິດກົດໝາຍ :
- ຕັດ 100 ຄະແນນ/ຄັ້ງ ປັບໃໝເປັນເງິນ 10,000 ກີບ/ຄົນ.
13. ເຮັດວັດຖຸສິ່ງຂອງ, ອຸປະກອນສ່ວນລວມເປ່ເພ ຫຼື ເສຍຫາຍໂດຍບໍ່ເຈດຕະນາແມ່ນຈະໄດ້ສ້ອມແປງ ຫຼື ໃຊ້ແທນຄືນ ແລະ ຮັບການຕັກເຕືອນຈາກໜ່ວຍງານຄຸ້ມຄອງພ້ອມທັງລົງບົດບັນທຶກ.
14. ທຳລາຍວັດຖຸສິ່ງຂອງ, ອຸປະກອນສ່ວນລວມໂດຍເຈດຕະນາແມ່ນຈະໄດ້ ສ້ອມແປງ ຫຼື ໃຊ້ແທນຄືນ, ຕັດ 100 ຄະແນນ/ຄັ້ງ ປັບໃໝເປັນເງິນ 100,000 ກີບ .
15. ຫ້າມດື່ມເຫຼົ້າໃນໂຮງຮຽນ, ໃຊ້ສຽງດັງເກີນຂອບເຂດ, ລົບກວນຜູ້ອື່ນ ຕັດ 100 ຄະແນນ/ຄັ້ງ .ປັບໃໝເງິນ 40,000 ກີບ.
16. ບໍ່ປະຕິບັດຄຳສັ່ງຂອງຂັ້ນເທິງວາງອອກ ຕັດ 100 ຄະແນນ/ຄັ້ງ ປັບໃໝເງິນ 40,000 ກີບ.
17. ປົກປິດການກະທຳຜິດຂອງຕົນ ແລະ ຂອງຜູ້ອື່ນ:
18. ຕັດ 100 ຄະແນນ/ຄັ້ງ.ປັບໃໝເງິນ 40,000 ກີບ.
19. ຂາດອອກແຮງງານໂດຍບໍ່ມີເຫດຜົນ ຕັດ 50 ຄະແນນ/ຄັ້ງ.ປັບໃໝເງິນ 20,000 ກີບ.
20. ຜູ້ຊາຍຈົ່ງຜົມຍາວ, ຍ້ອມຜົມສີອື່ນທີ່ບໍ່ແມ່ນສີດຳ, ຈັດແຕ່ງຊົງຜົມແບບຕ່າງໆທີ່ບໍ່ຖືກຕາມແບບ, ຈົ່ງເລັບຕີນ - ເລັບມື, ທາສີເລັບ ແລະ ຜູ້ຍິງຕັດຜົມກະໂປະ, ຜົມໜ້າມ້າ, ປະຜົມ, ປ່ອຍຍອຍຜົມທາງໜ້າ - ທາງຂ້າງ, ເກົ້າຜົມຕັ້ງເກີນໄປ ຕັດ 50 ຄະແນນ/ຄັ້ງ.ປັບໃໝເງິນ 20,000 ກີບ.
21. ລາພັກກ່ອນກຳນົດ(ບໍ່ເອົາໃບລາພັກ) ແລະ ກາຍກຳນົດ ໂດຍບໍ່ໄດ້ຮັບອະນຸຍາດ ຕັດ 100 ຄະແນນ ປັບໃໝເປັນເງີນ 40,000 ກີບ ຂຽນໃບສຳຫຼວດຕົນເອງ, ຕັກເຕືອນຈາກຫ້ອງກິດຈະກຳ ແລ້ວອ່ານຜ່ານໃນເວລາເຄົາລົບທຸງ .
22. ຍົກຍ້າຍວັດຖຸ, ອຸປະກອນ, ໂຕະຕັ່ງ ຫຼື ສິ່ງຂອງອື່ນໆໂດຍບໍ່ໄດ້ຮັບອະນຸຍາດ ຕັດ 25 ຄະແນນ/ຄັ້ງ .ປັບໃໝເງິນ 10,000 ກີບ.
23. ໃສ່ຊຸດນັກສຶກສາບໍ່ຖືກແບບໃນເວລາຂື້ນຫ້ອງ ແລະ ເຂົ້າຮ່ວມພິທີລວມຕ່າງໆ ຕັດ 25 ຄະແນນ/1 ຢ່າງ.
24. ເຂົ້າຮ້ານດື່ມເຫຼົ້າ - ເບຍໃນໂມງລັດຖະການແຕ່ວັນຈັນ-ວັນສຸກ ຕັດ 50 ຄະແນນ/ຄັ້ງ ປັບໃໝເງິນ 20,000 ກີບ.
25. ຂັບຂີ່ລົດຖີບ - ລົດຈັກຜ່ານປະຕູໂຂງເຂົ້າວິທະຍາໄລຄູໃນໂມງລັດຖະການໂດຍບໍ່ລົງຈູງ ຕັດ 25 ຄະແນນ/ຄັ້ງ ປັບໃໝເປັນເງິນ 10,000 ກີບ.
26. ໃຊ້ສຽງດັງລົບກວນຜູ້ອື່ນໃນໂມງລັດຖະການ ແລະ ຫ້ອງຮຽນ ຕັດ 50 ຄະແນນ/ຄັ້ງ. ປັບໃໝເງິນ 20,000 ກີບ.
27. ຂາດການຂຶ້ນຫ້ອງ, ເຄົາລົບທຸງ, ລວມມິດຕິ່ງ ແລະ ເຂົ້າຮ່ວມຂະບວນການຕ່າງໆ ທີ່ໂຮງຮຽນວາງອອກຕັດ 25 ຄະແນນ/ຄັ້ງ. ປັບໃໝເງິນ 10.000 ກີບ.
28. ແຕ່ງກາຍບໍ່ສຸພາບເຂົ້າມາພົວພັນວຽກຢູ່ຫ້ອງການຕ່າງໆ(ຍົກເວັ້ນມື້ອອກແຮງງານ ແລະ ຊົ່ວໂມງພະລະ) ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000 ກີບ.
29. ນັກສຶກສາມີລູກໃນໄລຍະຮຽນທີ່ວິທະຍາໄລຄູ ແມ່ນຈະໄດ້ຂຽນໃບສໍາຫຼວດຕົນເອງ ຕັດ 275 ຄະແນນ/ຄັ້ງ ແລ້ວແຈ້ງໃຫ້ຜູ້ປົກຄອງຮັບຮູ້ ພ້ອມທັງປັບໃໝເປັນເງີນ 200.000 ກີບ/ຄົນ (ໂຈະການຮຽນ 1 ປີ)
30. ສະແດງພຶດຕິກຳຕໍ່ຕ້ານການຈັດຕັ້ງ ຫຼື ການປະຕິບັດງານຂອງໜ່ວຍງານໃດໜຶ່ງ ຕັດ 150 ຄະແນນ ປັບໃໝເປັນເງິນ 150.000 ກີບ.
31. ຂັບລົດໄວ, ເລັ່ງສຽງດັງກໍ່ກວນ ແລະ ຂີ່ 3 ຄົນ ພາຍໃນວິທະຍາໄລຄູ ຕັດ 50 ຄະແນນ/ຄັ້ງ/ຄົນ ປັບໃໝເປັນເງີນ 20.000 ກີບ/ຄັ້ງ.
32. ຖົ່ມນ້ຳລາຍຄາຍຂີ້ກະເທີໃສ່ຫ້ອງຮຽນ, ລະບຽງທາງໜ້າ - ຫຼັງ ແລະ ຂັ້ນໄດ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10,000 ກີບ. ພ້ອມອະນາໄມຄືນ.
33. ນັກສຶກສາບຸກຄົນໃດລົງຮູບຕົນເອງທາງເຟດສ໌ບຸກໃນເວລາດື່ມເຫຼົ້າ, ເຂົ້າຮ້ານກິນ - ດື່ມ ຫຼື ພຶດຕິກຳທີ່ບໍ່ເໜາະສົມເຊັ່ນ: ກອດ, ຈູບ ຕັດ 100 ຄະແນນ/ຄັ້ງ.ປັບໃໝເງິນ 40.000 ກີບ.
34. ນັກສຶກສາບຸກຄົນໃດລົງຮູບຄົນອື່ນໃນເຟສບຸກໂດຍບໍ່ໄດ້ຮັບອະນຸຍາດເຮັດໃຫ້ຄົນອື່ນເຊື່ອມເສຍ, ອັບອາຍ ຫຼື ເສຍກຽດສັກສີ ຕັດ 200 ຄະແນນ/ຄັ້ງ. ປັບໃໝເງິນ 80.000 ກີບ.
35. ນັກສຶກສາບຸກຄົນໃດປີນຮົ້ວກຳແພງເຂົ້າໃນວິທະຍາໄລຄູ ຕັດ 100 ຄະແນນ/ຄັ້ງ.ປັບໃໝເງິນ 40.000 ກີບ.
ໃນຫ້ອງຮຽນໃດບໍ່ມີ ຄຸ 2 ໜ່ວຍ ແລະ ພ້າ, ຈົກ, ຊ້ວານ 2 ດວງ ຕັດ 50 ຄະແນນ (ໝົດທຸກຄົນໃນຫ້ອງ)ປັບໃໝເງິນ 20.000/ຄົນ ກີບ.ພ້ອມທັງມ້ຽນຂີ້ເຫຍື້ອຕຶກຮຽນ 2 ຕຶກ.
ໝາຍເຫດ:
- ຕັດ 25 ຄະແນນ ແມ່ນຕັກເຕືອນຈາກຄະນະຫ້ອງ ຂຽນໃບສໍາຫຼວດ
- ຕັດ 50 – 75 25 ຄະແນນ ແມ່ນ ຂຽນໃບສໍາຫຼວດຕົວເອງ ອ່ານຜ່ານໝູ່ຄູ ແລະ ຄູປະຈໍາຫ້ອງຟັງ.
- ຕັດ 100 – 150 ຄະແນນ ແມ່ນ ຂຽນໃບສໍາຫຼວດຕົວເອງ,ຕັກເຕືອນຈາກຫ້ອງການສາຍທີ່ຂຶ້ນກັບ ແລ້ວອ່ານຜ່ານໝູ່ຄູ່ເວລາເຄົາລົບທຸງແລ້ວແຈ້ງຜູ້ປົກຄອງຮັບຮູ້ນໍາ
- ຕັດ 175 – 200 ຄະແນນ ແມ່ນ ຂຽນໃບສໍາຫຼວດຕົວເອງ,ຕັກເຕືອນຈາກຫ້ອງການກິດຈະການ ແລ້ວອ່ານຜ່ານໝູ່ຄູ່ເວລາເຄົຕັດ
- ຕັດ 225 – 275 ຄະແນນ ແມ່ນ ຂຽນໃບສໍາຫຼວດຕົວເອງ,ຕັກເຕືອນຈາກໂຮງຮຽນ ແລະ ແຈ້ງຜູ້ປົກຄອງຮັບຮູ້ນໍາ.(ຕັດ 275 ຄະແນບາງກໍລະນີຖືກໂຈະການຮຽນ 1 ປີ ).
- ຕັດ 300 ຄະແນນ ໝົດສິດເປັນນັກສຶກສາຢູ່ວິທະຍາໄລຄູຫຼວງນໍ້າທາ.
- ກໍລະນີຄວາມຜິດທີ່ບໍ່ຢູ່ໃນນີ້ ຈະພິຈາລະນາຕາມຄວາມເໝາະສົມ.
- ຜູ້ໃດຫາກມີການກະທໍາຜິດຕໍ່ລະບຽບກົດໝາຍແມ່ນມອບໃຫ້ເຈົ້າໜ້າທີ່ເປັນຜູ້ປະຕິບັດ ແລະ ໝົດສິດເປັນນັກສຶກສາວິທະຍາໄລຄູຫຼວງນໍ້າທາ.

ກົດລະບຽບຫໍພັກ

I. ການຮັບນັກສຶກສາເຂົ້ານອນຫໍພັກ.
ນັກສຶກສານອນໃນຫໍພັກມີຄະແນນລວມທັງໝົດ 200 ຄະແນນ/ສົກຮຽນ.
ມາດຕາ 1: ນັກສຶກສາທີ່ຢູ່ອ້ອມຂ້າງເມືອງຫຼວງນໍ້າທາ ທີ່ຕ້ອງການຢາກພັກເຊົາຢູ່ຫໍພັກນັກສຶກສາວິທະຍາໄລຄູຫຼວງນ້ຳທາ ຕ້ອງມາພົວພັນເອົາໃບຄຳຮ້ອງນຳຫ້ອງການກິດຈະການນັກສຶກສາໂດຍຜ່ານອົງການຈັດຕັ້ງທີ່ກ່ຽວຂ້ອງ. ສ່ວນນັກສຶກສາທີ່ມາຈາກຕ່າງເມືອງ, ຕ່າງແຂວງ ແລະ ນັກສຶກສາທີ່ຢູ່ຫ່າງໄກແມ່ນທາງວິທະຍາໄລຄູເປັນຜູ້ຈັດຫໍພັກໃຫ້.
ມາດຕາ 2: ນັກສຶກສາທີ່ນອນໃນຫໍພັກຕ້ອງປະກອບມີ: ເຄື່ອງນຸ່ງຫົ່ມ, ເຄື່ອງນອນ, ອຸປະກອນທີ່ຈໍາເປັນຕ້ອງໃຊ້ເຊັ່ນ: ພ້າ, ຄຸ, ບວຍຕັກນໍ້າ ແລະ ອື່ນໆ ຕາມຄວາມເໝາະສົມ ແລະ ມ້ຽນມັດໃຫ້ເປັນລະບຽບຈົບງາມ.
ມາດຕາ 3: ນັກສຶກສາທີ່ນອນໃນຫໍພັກຕ້ອງຕື່ນນອນ 5:30 ໂມງເຊົ້າທຸກໆມື້ ເພື່ອຫັດກາຍຍະບໍລິຫານ, ອະນາໄມບໍລິເວນຫໍພັກ ແລະ ບົວລະບັດສວນຄົວ.
ມາດຕາ 4: ນັກສຶກສາທີ່ນອນຫໍພັກທຸກຄົນຕ້ອງມີສ່ວນຮ່ວມໃນການປົກປັກຮັກສາຄວາມສະຫງົບ, ສິ່ງຂອງສ່ວນລວມ, ປະກອບສ່ວນໃນການຮັກສາອະນາໄມບໍລິເວນຫໍພັກ, ເຮືອນຄົວລວມ, ຫ້ອງນ້ຳ ແລະ ເຂົ້າກິດຈະກຳຕ່າງໆທີ່ທາງຫໍພັກຈັດຂຶ້ນ.
ມາດຕາ 5: ຂໍ້ຫ້າມຕ່າງໆສໍາລັບນັກສຶກສາທີ່ນອນໃນຫໍພັກ.
- ຫ້າມຂີດຂຽນ ຫຼື ສ້າງສິ່ງທີ່ເປິເປື້ອນໃສ່ຕາມອາຄານຫໍພັກ, ຫ້ອງນໍ້າ, ອ່າງນ້ຳ, ເຮືອນຄົວ, ຕູ້ ແລະ ຕຽງ.
- ຫ້າມຖິ້ມຂີ້ເຫຍື້ອຊະຊາຍບໍລິເວນຫໍພັກ ຕ້ອງຖິ້ມໃສ່ກະຕ່າຂີ້ເຫຍື້ອ ແລະ ຖັງຂີ້ເຫຍື້ອທີ່ກຳນົດໃຫ້
- ຫ້າມແຕ່ງກິນ, ກິນອາຫານໃນຫ້ອງນອນ ແລະ ຕາມລະບຽງຫໍພັກ.
- ຫ້າມເຂົ້າຫໍພັກເພດກົງກັນຂ້າມ ໂດຍບໍ່ໄດ້ຮັບອະນຸຍາດ.
- ຫ້າມຕາກເຄື່ອງຢູ່ໃນຫ້ອງນອນ, ລະບຽງທາງໜ້າ - ທາງຫຼັງຫ້ອງນອນ, ປ່ອງຢ້ຽມ ແລະ ຫ້ອງນໍ້າເດັດຂາດ.
- ຫ້າມເອົາເຄື່ອງຂອງທີ່ເປິເປື້ອນ, ບູດເນົ່າມີກິ່ນເໝັນ ຫຼື ປຽກຊຸ່ມໄວ້ໃນຫ້ອງນອນ.
- ຫ້າມໃຊ້ສຽງດັງ, ສ້າງຄວາມວົນແຊວຢູ່ໃນຫໍພັກບໍ່ວ່າເວລາໃດກໍ່ຕາມ.
- ຫ້າມບໍ່ໃຫ້ດື່ມເຫຼົ້າ - ເບຍ ແລະ ສູບຢາຢູ່ໃນຫໍພັກ.
- ຫ້າມເອົາຄົນນອກເຂົ້າຫໍພັກ ໂດຍບໍ່ໄດ້ຮັບອານຸຍາດຈາກອາຈານປະຈຳຕຶກ ຫຼື ຄະນະຫໍພັກ ຢ່າງເດັດຂາດ.
- ຫ້າມເຂົ້າ - ອອກຫໍພັກ ເກີນເວລາ 21ໂມງ 00ນາທີໂດຍບໍ່ໄດ້ຮັບອານຸຍາດຈາກອາຈານປະຈຳຫໍພັກ
- ຫ້າມນັກສຶກສາທຳລາຍວັດຖຸສິ່ງຂອງສ່ວນລວມເປ່ເພ ຫຼື ເສຍຫາຍ.
- ຫ້າມຍ້າຍຕູ້ເສື້ອຜ້າ ແລະ ຕຽງນອນໂດຍບໍ່ໄດ້ຮັບອານຸຍາດ.
- ຫ້າມຖົ່ມນໍ້າລາຍຄາຍຂີ້ກະເທີໃສ່ໃນຫ້ອງນອນ, ລະບຽງ, ຕາມຂັ້ນໄດ ແລະ ບ່ອນອື່ນໆ.
- ຫ້າມໃຊ້ໄຟຟ້າເພື່ອແຕ່ງກິນ, ຕົ້ມນໍ້າ ແລະ ໃຊ້ນໍ້າຊະຊາຍ.
- ຫ້າມເອົາສິ່ງເສບຕິດທີ່ຜິດກົດໝາຍທຸກປະເພດມາໄວ້ໃນຄອບຄອງ, ຊື້-ຂາຍ, ຫຼື ເສບຢ່າງເດັດຂາດ.
- ຫ້າມເຂົ້າ - ອອກທາງປ່ອງຢ້ຽມຢ່າງເດັດຂາດ.
- ຫ້າມດຳເນີນທຸລະກິດຕ່າງໆຕາມຫໍພັກໂດຍບໍ່ໄດ້ຮັບອະນຸຍາດ.
- ຫ້າມນັກສຶກສາຊາຍນຸ່ງສະລິບຍ່າງເລາະຕາມໜ້າຫໍພັກ, ລະບຽງຫໍພັກ ແລະ ບໍລິເວນໂຮງຮຽນ.
- ຫ້າມນັກສຶກສາຍິງ ນຸ່ງສິ້ນຮັດເອິກ, ແພເຊັດ, ເສື້ອສາຍດຽວ, ໂສ້ງ ຫຼື ກະໂປງສັ້ນເກີນໄປ ຍ່າງເລາະຕາມບໍລິເວນຫໍພັກ ແລະ ບໍລິເວນໂຮງຮຽນ.
- ຫ້າມນັກສຶກສາທຸກຄົນໄວ້ເຄື່ອງຊະຊາຍໃນຫໍພັກ.
- ຫ້າມນັກສຶກສາເອົາວັດຖຸທີ່ມີມູນຄ່າລາຄາແພງໄວ້ໃນຫໍພັກ.
- ຫ້າມນັກສຶກສາໄຕ້ທຽນໃສ່ບ່ອນທີ່ເປັນໄມ້ເຊັ່ນ: ຕູ້ໃສ່ເຄື່ອງ, ຕຽງນອນ ແລະ ປ່ອງຢຽມ
- ຫ້າມນັກສຶກສາຕອກຕະປູໃສ່ປ່ອງຢຽມ ແລະ ຝາຫໍພັກ
- ຫ້າມນັກສຶກສາຫຼີ້ນການພະນັນທຸກປະເພດເດັດຂາດ
- ຫ້າມໃຊ້ຫໍພັກເປັນບ່ອນກະທໍາອານາຈານເດັດຂາດ
- ຫ້າມນັກສຶກສາຍິງ - ຊາຍລົມກັນເປັນຄູ່ບໍລິເວນຫໍພັກເກີນເວລາ 19 ໂມງ 30 ນາທີ.
ມາດຕາ 6: ວ່າດ້ວຍການລົງໂທດ ແລະ ຕັດຄະແນນນັກສຶກສາຜູ້ທີ່ລະເມີດ ແລະ ກະທຳຜິດຕໍ່ກັບກົດລະບຽບຫໍພັກ.
1. ຖ້ານັກສຶກສາບຸກຄົນໃດສ້າງສິ່ງເປີເປື້ອນບໍລິເວນຫໍພັກ:
- ຂີດຂຽນໃສ່ຝາຫໍພັກ, ເຮືອນຄົວ ແລະ ຫ້ອງນ້ຳ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000ກີບ. ພ້ອມທັງອະນາໄມ 1 ຄັ້ງ.
- ຖ່າຍໜັກ-ເບົ່າຊະຊາຍບໍລິເວນຫໍພັກ ແລະ ຖ່າຍໜັກ-ເບົ່າບໍ່ລ້າງ ຕັດ 50 ຄະແນນ/ຄັ້ງ. ປັບໃໝເງິນ 20.000ກີບ.
- ລ້າງໜ້າໃນຫ້ອງນອນ ແລະ ລະບຽງທາງໜ້າ-ຫຼັງຫໍພັກ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000ກີບ.
- ຖອກນ້ຳບໍລິເວນຫໍພັກ ແລະ ເຮືອນຄົວຊະຊາຍ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000ກີບ.
- ເປັນສິດເວນແຕ່ບໍ່ເອົາຂີ້ເຫຍື້ອໄປຖີ້ມ ຕັດ 25 ຄະແນນ/ຄັ້ງ ປັບໃໝເງິນ 10.000ກີບ.
- ຖົ່ມນ້ຳລາຍຄາຍຂີ້ກະເທີໃສ່ຫ້ອງນອນ, ລະບຽງທາງໜ້າ-ຫຼັງ ແລະ ຂັ້ນໄດ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000ກີບ.
2. ບໍ່ຖິ້ມຂີ້ເຫຍື້ອໃສ່ກະຕ່າ ຫຼື ຖັງຂີ້ເຫຍື້ອທີ່ກຳນົດໃຫ້ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000ກີບ.
3. ກິນອາຫານໃນຫ້ອງນອນ ແລະ ຕາມລະບຽງຫໍພັກ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000ກີບ.
4. ເຂົ້າຫໍພັກເພດກົງກັນຂ້າມ ໂດຍບໍ່ໄດ້ຮັບອະນຸຍາດ ຕັດ 50 ຄະແນນ/ຄັ້ງ.ປັບໃໝເງິນ 20.000ກີບ.
5. ຕາກເຄື່ອງຢູ່ໃນຫ້ອງນອນ, ລະບຽງທາງໜ້າ - ທາງຫຼັງຫ້ອງນອນ, ປ່ອງຢ້ຽມ ແລະ ຫ້ອງນ້ຳ ຕັດ 25 ຄະແນນ/ຄັ້ງ. ປັບໃໝເງິນ 10.000ກີບ.
6. ເອົາເຄື່ອງຂອງທີ່ເປິເປື້ອນ, ບູດເນົ່າມີກິ່ນເໝັນ ຫຼື ປຽກຊຸ່ມໄວ້ໃນຫ້ອງນອນ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000ກີບ.
7. ກໍ່ຄວາມບໍ່ສະຫງົບພາຍໃນຫໍພັກ:
- ໃຊ້ສຽງດັງ ຫຼື ວົນແຊວ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000ກີບ.
- ສ້າງຄວາມປັ່ນປ່ວນ, ຜິດຖຽງກັນ, ອາລະວາດ ຫຼື ຕີກັນ ຕັດ 100 ຄະແນນ/ຄັ້ງ.ປັບໃໝເງິນ 40.000ກີບ.
8. ການເຂົ້າ-ອອກ ຫໍພັກ:
- ເຂົ້າ - ອອກເກີນເວລາ 21 ໂມງ 00 ນາທີ ໂດຍບໍ່ໄດ້ຮັບອານຸຍາດຈາກອາຈານປະຈຳຫໍພັກ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000 ກີບ.
- ຂາດນອນຫໍພັກໂດຍບໍ່ໄດ້ຮັບອະນຸຍາດ(ຂາດບໍ່ມີເຫດຜົນ)ຈາກອາຈານປະຈຳຕຶກ ຕັດ 50 ຄະແນນ/ຄັ້ງ.ປັບໃໝເງິນ 20.000 ກີບ.
- ເອົາບຸກຄົນອື່ນເຂົ້າມານອນໃນຫໍພັກໂດຍບໍ່ໄດ້ຮັບອະນຸຍາດຈາກ ອາຈານປະຈຳຫໍພັກ ຕັດ 50ຄະແນນ/ຄັ້ງ.ປັບໃໝເງິນ 20.000 ກີບ.
9. ການທຳລາຍວັດຖຸສິ່ງຂອງສ່ວນລວມເປ່ເພ ຫຼື ເສຍຫາຍ:
- ເຮັດວັດຖຸສິ່ງຂອງ, ອຸປະກອນສ່ວນລວມເປ່ເພ ຫຼື ເສຍຫາຍໂດຍບໍ່ເຈດຕະນາແມ່ນຈະໄດ້ສ້ອມແປງ ຫຼື ໃຊ້ແທນຄືນ ແລະ ຮັບການຕັກເຕືອນຈາກໜ່ວຍງານຄຸ້ມຄອງພ້ອມທັງລົງບົດບັນທຶກ.
- ທຳລາຍວັດຖຸສິ່ງຂອງ, ອຸປະກອນສ່ວນລວມໂດຍເຈດຕະນາແມ່ນຈະໄດ້ ສ້ອມແປງ ຫຼື ໃຊ້ແທນຄືນ ຕັດ 100 ຄະແນນ/ຄັ້ງ ພ້ອມທັງປັບໃໝເງິນ 40.000ກີບ/ຄັ້ງ.
10. ຍ້າຍຕູ້ເສື້ອຜ້າ ແລະ ຕຽງນອນໂດຍບໍ່ໄດ້ຮັບອານຸຍາດ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000 ກີບ.
11. ໃຊ້ເຄື່ອງໄຟຟ້າເພື່ອແຕ່ງກິນ, ຕົ້ມນໍ້າ, ໜຶ້ງເຂົ້າຕ່າໆ ຕັດ 25 ຄະແນນ/ຄັ້ງ ( ສຳລັບເຄື່ອງໃຊ້ໄຟຟ້າເຊັ່ນ: ໝໍ້ສຸກີ, ໝໍ້ຫຸງເຂົ້າ ແລະ ໝໍ້ຕົ້ມນ້ຳໄຟຟ້າແມ່ນຈະຖືກຍຶດ )ປັບໃໝເງິນ 10.000 ກີບ.
12. ດຳເນີນທຸລະກິດຕ່າງໆຕາມຫໍພັກໂດຍບໍ່ໄດ້ຮັບອະນຸຍາດ ຕັດ 50 ຄະແນນ/ຄັ້ງ.ປັບໃໝເງິນ20.000 ກີບ.
13. ນັກສຶກສາທີ່ເກັບມ້ຽນເຄື່ອງຊະຊາຍໃນຫໍພັກ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000 ກີບ.
14. ນັກສຶກສາບຸກຄົນໃດຫາກຕອກຕະປູໃສ່ປ່ອງຢ້ຽມ ຫຼື ຝາຫໍພັກໂດຍບໍ່ໄດ້ຮັບອະນຸຍາດ ຕັດ 25 ຄະແນນ/ຄັ້ງ. ປັບໃໝເງິນ 10.000 ກີບ.
15. ນັກສຶກສາບຸກຄົນນຳໃຊ້ຫໍພັກເຮັດສິ່ງທີ່ລາມົກອານາຈານ ຕັດ 200 ຄະແນນ/ຄັ້ງ.ປັບໃໝເງິນ 80.000 ກີບ.
16. ນັກສຶກສາຍິງ-ຊາຍລົມກັນເປັນຄູ່ບໍລິເວນຫໍພັກເກີນເວລາ 19 ໂມງ 30 ນາທີ ຕັດ 25 ຄະແນນ/ຄັ້ງ.ປັບໃໝເງິນ 10.000 ກີບ.
17. ລັກອອກຫໍພັກໃນເວລາທີ່ກວດຫໍພັກແລ້ວ.ຕັດ 100 ຄະແນນ/ຄັ້ງ ປັບໃໝເງິນ 40.000 ກີບ.
18. ພາຍຫຼັງແຕ່ງກີນ ແລະ ກີນເຂົ້າແລ້ວບໍ່ອະນາໄມ ຕັດ 25 ຄະແນນ/ຄັ້ງ ປັບໃໝເງິນ 10.000ກີບ.
19. ແຕ່ງກິນບໍ່ຖືກຕາມທີ່ທາງໂຮງຮຽນກໍານົດໃຫ້ ຕັດ 25 ຄະແນນ/ຄັ້ງ ປັບໃໝເງິນ 10.000ກີບ.
ໝາຍເຫດ:
- 25 ຄະແນນ ແມ່ນຕັກເຕືອນຈາກຄະນະຕຶກ ຂຽນໃບສໍາຫຼວດ
- ຕັດ 50 – 75 ຄະແນນ ແມ່ນ ຂຽນໃບສໍາຫຼວດຕົວເອງ ພ້ອມທັງຕັກເຕືອນຈາກຄະນະຕຶກ.
- ຕັດ 100 – 150 ຄະແນນ ແມ່ນ ຂຽນໃບສໍາຫຼວດຕົວເອງ,ຕັກເຕືອນຈາກຫ້ອງການສາຍທີ່ຂຶ້ນກັບ ແລ້ວ ອ່ານຜ່ານໝູ່ຄູ່ເວລາເຄົາລົບທຸງແລ້ວແຈ້ງຜູ້ປົກຄອງຮັບຮູ້ນໍາ
- ຕັດ 175 – 200 ຄະແນນ ແມ່ນ ຂຽນໃບສໍາຫຼວດຕົວເອງ,ຕັກເຕືອນຈາກຫ້ອງການກິດຈະການ ແລ້ວອ່ານຜ່ານໝູ່ຄູ່ເວລາເຄົາ
- ຕັດ 225 – 275 ຄະແນນ ແມ່ນ ຂຽນໃບສໍາຫຼວດຕົວເອງ,ຕັກເຕືອນຈາກໂຮງຮຽນ ແລະ ແຈ້ງຜູ້ປົກຄອງຮັບຮູ້ນໍາ (ຕັດ 275 ຄະແນບາງກໍລະນີຖືກໂຈະການຮຽນ 1 ປີ ).
- ຕັດ 300 ຄະແນນ ໝົດສິດເປັນນັກສຶກສາຢູ່ວິທະຍາໄລຄູຫຼວງນໍ້າທາ. - ກໍລະນີນັກສຶກສານອນໃນຫໍພັກຖ້າຫ້ອງນອນເປິເປື້ອນແມ່ນໃຫ້ຊື້ສີມາທາເອງ. - ກໍລະນີຄວາມຜິດທີ່ບໍ່ຢູ່ໃນນີ້ ຈະພິຈາລະນາຕາມຄວາມເໝາະສົມ. - ຜູ້ໃດຫາກມີການກະທໍາຜິດຕໍ່ລະບຽບກົດໝາຍແມ່ນມອບໃຫ້ເຈົ້າໜ້າທີ່ເປັນຜູ້ປະຕິບັດ ແລະ ໝົດ ສິດເປັນນັກສຶກສາວິທະຍາໄລຄູຫຼວງນໍ້າທາ. - ທຸກໆຫໍພັກຕ້ອງລວມສໍາຫຼວດກວດກາ 1 ຄັ້ງ / ເດືອນ. ແຕ່ໃນກໍລະນີທີ່ມີວຽກດ່ວນແມ່ນໃຫ້ຮຽກລວມ ຕາມຄວາມເໝາະສົມ, ອານາໄມຫໍພັກຕອນເຊົ້າກ່ອນໂມງເຂົ້າການ ອາທິດລະ 3 ຄັ້ງ ໂດຍເອົາວັນຈັນ, ວັນພຸດ ແລະ ວັນສຸກ ທຸກໆອາທິດ ສ່ວນຫ້ອງນອນ ແລະ ຫ້ອງນໍ້າຕ້ອງອານາໄມທຸກໆມື້.
ມາດຕາ7 :ໃນການປະຕິບັດກົດລະບຽບ ແລະ ຕັດຄະແນນຢູ່ພາຍໃຕ້ການດູແລຂອງພາກສ່ວນທີ່ຖືກມອບໝາຍສິດແລະໜ້າທີ່ໂດຍພາຍໃຕ້ການຄຸ້ມຄອງຂອງຫ້ອງການກິດຈະກໍານັກສຶກສາ ແລະ ຄະນະອໍານວຍວິທະຍາໄລຄູ.
ມາດຕາ8 : ທຸກໆຂໍ້ຫ້າມ, ການຕັດຄະແນນຈະພົວພັນ ແລະ ມີຜົນຕໍ່ການປະຕິບັດວິໄນ ຄືກັບການປະຕິບັດກົດລະບຽບຂອງນັກສຶກສາທົ່ວໄປ.
ມາດຕາ 9: ກົດລະບຽບສະບັບນີ້ມີຜົນສັກສິດນັບແຕ່ເຜີຍແຜ່ເປັນຕົ້ນໄປ.

ເວັບໄຊ້ວິທະຍາໄລ

  • ວິທະຍາໄລຄູຫຼວງພະບາງ
  • ວິທະຍາໄລຄູຄັງໄຂ
  • ວິທະຍາໄລຄູບ້ານເກີນ
  • ວິທະຍາໄລຄູດົງຄຳຊ້າງ
  • ວິທະຍາໄລຄູສະຫວັນນະເຂດ
  • ວິທະຍາໄລຄູສາລະວັນ
  • ວິທະຍາໄລຄູປາກເຊ

ເວັບໄຊ້ມະຫາວິທະຍາໄລ

    ມະຫາວິທະຍາໄລແຫ່ງຊາດ
    ມະຫາວິທະຍາໄລສຸພານຸວົງ
    ມະຫາວິທະຍາໄລສະຫວັນນະເຂດ
    ມະຫາວິທະຍາໄລຈຳປາສັກ

ເວັບໄຊ້ສະຖາບັນການຮ່ວມມື

ມະຫາວິທະຍາໄລ ວິທະຍາສາດເຕັກໂນໂລຊີຖ້າຍຫວງຽນ
ມະຫາວິທະຍາໄລ ຄູຖ້າຍຫວງຽນ
ມະຫາວິທະຍາໄລລາດຊະພັດຊຽງລາຍ
ວິທະຍາໄລ ເທັກນິກວິຊາຊີບສີບສອງພັນນາ
ຄະນະພາສາຈີນຕີເບດ
ມະຫາວິທະຍາໄລ ຍູນນານ
ວິທະຍາໄລ ຄູເລີຊານ
ໂຮງຮຽນ ເຕັກນິກວິຊາຊິບບຳລຸງຄູເມືອງລ້າ
ວິທະຍາໄລ ຊູຊົງ

Opening Hours

  • Mon - Fri :
    8.00 am - 4.00 pm
  • Sun - sat :
    Closed

Copyright ©2019 ຫ້ອງການວັດຜົນ-ປະເມີນຜົນ All Rights Reserved