ໃນຕອນແລງວັນທີ 4 ກໍລະກົດ 2025 ທີ່ຜ່ານມາ ຢູ່ທີ່ສະໂມສອນວິທະຍາໄລຄູຫຼວງນໍ້າທາໄດ້ຈັດການແຂ່ງຂັນສີລະປະ(ຮ້ອງເພງຄູ່) ພາກຕໍ່ເນື່ອງພັກສິ້ນປີຮຽນ ສົກຮຽນ 2024-2025 ໂດຍໃຫ້ກຽດເປັນປະທານຂອງ ທ່ານ ອຈ ປທ ນາງ ນວນຈັນ ທິບພະວົງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ, ໃນພິທີມີຄະນະນໍາວິທະຍາໄລຄູ, ຄະນະກໍາມະການ, ຄູ-ອາຈານ ພ້ອມດ້ວຍນັກສຶກສາພາກຕໍ່ເນື່ອງພັກສິ້ນປີຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງຂໍ້ຕົກລົງຂອງຜູ້ອໍານວຍການວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການປະກວດຮ້ອງເພງຄູ່ ສົກຮຽນ 2024-2025, ຈາກນັ້ນຍັງໄດ້ຮັບຟັງການລາຍງານກະກຽມຄວາມພ້ອມໂດຍ ທ່ານ ອຈ ປອ ສິນນະກອນ ສີເມືອງ ຮັກສາການຫົວໜ້າພະແນກບໍລິຫານ-ການເງິນ.
ໃນໂອກາດດຽວກັນ ທ່ານ ອຈ ປທ ນາງ ນວນຈັນ ທິບພະວົງ ໄດ້ມີຄໍາເຫັນ ແລະ ກ່າວເປີດງານຢ່າງເປັນທາງການ, ເຊິ່ງເນື້ອໃນສໍາຄັນ ທ່ານ ໄດ້ເນັ້ນເຖິງຄວາມສໍາຄັນຂອງການຈັດການປະກວດຮ້ອງເພງຄູ່ຂອງນັກສຶກສາບົນພື້ນຖານທິດຊີ້ນໍາຕາມ 5 ຫຼັກມູນຂອງການສຶກສາ, ພ້ອມດຽວກັນນັ້ນ ຍັງເປັນການສ້າງຂະບວນການຄຽງຄູ່ກັບບັນຍາກາດການຈັດການຮຽນ-ການສອນໃນພາກຕໍ່ເນື່ອງພັກສິ້ນປີຮຽນ ສົກຮຽນ 2024-2025 ໃຫ້ມີຄວາມເບີກບານມ່ວນຊື່ນ ພ້ອມທັງຮັບປະກັນຄຸນນະພາບທາງດ້ານການສິດສອນໃຫ້ເປັນໄປຕາມແຜນພັດທະນາຂອງວິທະຍາໄລຄູທີ່ໄດ້ວາງໄວ້.
ການປະກວດຮ້ອງເພງຄູ່ ພາກຕໍ່ເນື່ອງພັກສິ້ນປີຮຽນ ສົກຮຽນ 2024-2025 ໄດ້ມີທີມເຂົ້າແຂ່ງຂັນທັງໝົດ 27 ລາຍການ ແລະ ໄດ້ຮັບການຕັດສິນຜົນລາງວັນ ດັ່ງນີ້:
ປະເພດທີ 1: ສາຍຄູປະຖົມ ລະດັບ ປະລິນຍາຕີ ປີ2+ປີ 3; ບົດເພງ ເຂີຍໃຕ້ໄພ້ເໜືອ
ປະເພດທີ 2: ສາຍຄູປະຫວັດສາດ ລະດັບ ປະລິນຍາຕີ ປີ 3; ບົດເພງ ທະຫານສັ່ງແຟນ
ປະເພດທີ 3: ສາຍຄູອະນຸບານ ລະດັບ ປະລິນຍາຕີ ປີ 3; ບົດເພງ ແກ້ເມຍ
ໃນບັນຍາກາດການປະກວດຮ້ອງເພງຄູ່ ຍັງໄດ້ມີການປະກອບສ່ວນ ຮ້ອງເພງຄູ່ ເຊິ່ງຈັດເປັນຮອບລໍາວົງຂອງ ຄະນະນໍາວິທະຍາໄລຄູຫຼວງນໍ້າທາ, ໂດຍໃຫ້ກຽດຂື້ນຮ້ອງເພງຄູ່ຂອງ ທ່ານ ອຈ ປອ ສິນນະກອນ ສີເມືອງ ແລະ ທ່ານ ປທ ນາງ ສາຍສຸລິນ ຫຼ້າດວງສີ. ນອກຈາກນີ້ຍັງມີບົດເພງທີ່ໜ້າຮັກຈາກນ້ອງນ້ອຍນັກຮຽນ 1 ບົດເພງ.
ການປະກວດຮ້ອງເພງຄູ່ຂອງນັກສຶກສາ ພາກຕໍ່ເນື່ອງພັກສີ້ນປີຮຽນ ສົກຮຽນ 2024-2025 ດໍາເນີນໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ສໍາເລັດລົງໃນວັນດຽວກັນ.
