ກອງປະຊຸມໃຫຍ່ສະມາຊິກພັກ ຂອງຄະນະພັກຮາກຖານວິທະຍາໄລຄູຫຼວງນໍ້າທາ ຄັ້ງທີ IV ຄັ້ງວັນທີ 27 ມີນາ 2025
ກອງປະຊຸມໃຫຍ່ສະມາຊິກພັກ ຂອງຄະນະພັກຮາກຖານວິທະຍາໄລຄູຫຼວງນໍ້າທາ ຄັ້ງທີ IV ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 27 ມີນາ 2025 ໂດຍເປັນປະທານຂອງ ສະຫາຍ ນາງ ນວນຈັນ ທິບພະວົງ ເລຂາຄະນະພັກຮາກຖານ ຜູ້ອຳນວຍວິທະຍາໄລຄູຫຼວງນໍ້າທາ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຫຼ້າປະເສີດ ສີປະເສີດ ຄະນະກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຜູ້ແທນເຂົ້າຮ່ວມ 116 ສະຫາຍ, ຍິງ 55 ສະຫາຍ. ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 106 ສະຫາຍ, ຍິງ 51 ສະຫາຍ. ແຂກຖືກເຊີນ 10 ສະຫາຍ, ຍິງ 04 ສະຫາຍ.ບັນດາສະຫາຍເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິບັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບ ຄໍາຄິດຄໍາເຫັນຕໍ່ກອງປະຊຸມ ກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງທີ່ໄດ້ວາງໄວ້. ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກຮາກຖານວິທະຍາໄລຄູຫຼວງນໍ້າທາໄດ້ລົງປະຊາມະຕິເປັນເອກະສັນກັນ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ດັ່ງລຸ່ມນີ້: ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ທິດທາງຄາດ ໝາຍສູ້ຊົນແຕ່ປີ 2025 ຫາປີ 2030 ແລະ ບົດສໍາຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງ, ແຜນການ 5 ປີ ນັບແຕ່ປີ.2025 ຮອດປີ 2030 ເຊິ່ງມີເນື້ອໃນພຶ້ນຖານຕົ້ນຕໍດັ່ງນີ້: ສືບຕໍ່ສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອອັນດີງາມຂອງພັກໃຫ້ບັນດາຄະນະໜ່ວຍພັກ ສະມາຊິກພັກ, ພະນັກງານຄູອາຈານ ແນ່ໃສ່ສ້າງທັດສະນະການເມືອງໃຫ້ຖືກຕ້ອງ, ເພີ່ມທະວີສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ ທີ່ປອດໃສໃຫ້ແກ່ສະມາຊິກພັກ, ພະນັກງານຄູອາຈານ; ຕ້ານແນວຄິດຫຼາຍເຄົ້າຫຼາຍພັກ, ແນວຄິດເອກະຊົນ, ສວຍໂອກາດ, ສໍ້ລາດບັງຫຼວງ, ແນວຄິດຈຸ້ມ ເຈື້ອເຊື້ອສາຍ, ກຸ່ມກ້ອນພັກພວກ, ຕ້ານແນວແນວຄິດລ່ວງລະເມີດສິດເປັນເຈົ້າ, ບໍ່ນັບຖືລະບຽບກົດໝາຍ. ສືບຕໍ່ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ເສີມຂະຫຍາຍແບບແຜນນໍາພາທີ່ເປັນມູນເຊື້ອຂອງພັກ, ເປັນຕົ້ນການເຄື່ອນໄຫວນໍາພາໂດຍຜ່ານແນວທາງ ແລະ ການຈັດຕັ້ງຂອງພັກ, ນໍາພາຕາມແນວທາງມະຫາຊົນຂອງພັກ, ເອົາການປຸກລະດົມຂົນຂວາຍສົມທົບກັບການເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ເສີມຂະຫຍາຍປະຊາທິປະໄຕໃນໝູ່ຄະນະ, ການເຮັດວຽກມີແຜນການ, ມີການຕິດຕາມຊຸກຍູ້ຢ່າງໃກ້ຊິດ ແລະ ສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ, ປະຕິບັດລະບອບຕິຊົມຕົນເອງ ແລະ ຕິຊົມກັນໃຫ້ແຂງແຮງກວ່າເກົ່າ; ພ້ອມກັບການເສີມຂະຫຍາຍຈິດໃຈເປັນເຈົ້າການປະດິດສ້າງ ແລະ ຄວາມຮັບຜິດຊອບຂອງບຸກຄົນໃນຄະນະພັກ. ສືບຕໍ່ຊີ້ນໍາໃນການຂຶ້ນແຜນງົບປະມານ ແລະ ສະໜອງງົບປະມານຕ່າງໆເຊັ່ນ: ການສ້າງແຜນງົບປະມານຄວາມຕ້ອງການທາງດ້ານການເງິນ, ຂຶ້ນງົບປະມານໂຄງການກໍ່ສ້າງ, ວັດສະດຸ-ອຸປະກອນຮັບໃຊ້ຫ້ອງການ, ການຮຽນ-ການສອນ, ເບີກຈ່າຍເງິນເດືອນໃຫ້ພະນັກງານຄູອາຈານ – ເບ້ຍລ້ຽງນັກສຶກສາປະຈຳເດືອນ, ປະຈຳງວດທັນເວລາ ຂຶ້ນແຜນງົບປະມານໃນການລົງປະສົບການ ແລະ ການເຝິກຫັດວິຊາຊີບ. ເອົາໃຈໃສ່ຊີ້ນຳວຽກງານກໍ່ສ້າງ, ຄຸ້ມຄອງວັດສະດຸ-ອຸປະກອນ ແລະ ພາຫະນະ. ຊຸກຍູ້ຕິດຕາມການປະເມີນການປະຕິບັດໜ້າທີ່ວຽກງານປະຈໍາປີ ຂອງພະນັກງານ-ຄູອາຈານເພື່ອສະເໜີຕໍ່ຂັ້ນເທິງປະຕິບັດການຍ້ອງຍໍ ແລະ ເລື່ອນຊັ້ນ/ຂັ້ນ. ປະຕິບັດນະໂຍບາຍຕ່າງໆ ໃຫ້ແກ່ຄູ-ອາຈານ, ພະນັກງານພາຍໃນວິທະຍາໄລຄູຕາມລະບຽບ ແລະ ນິຕິກໍາວາງອອກ, ເຜີຍແຜ່ບັນດາເອກະສານ, ມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງແຈ້ງມາ. ຈັດຕັ້ງການປະກັນຄຸນນະພາບພາຍໃນພ້ອມທັງປະກອບຂໍ້ມູນຫຼັກຖານ 50 ຕົວຊີ້ວັດ; ຄົ້ນຄວ້າບົດສອນ, ວາງແຜນການສອນ, ຂື້ນຫ້ອງສິດສອນເປັນປົກກະຕິ ແລະ ນໍາພານັກຮຽນ ສ້າງຂະບວນການຕ່າງໆໃຫ້ມີບັນຍາກາດຟົດຟື້ນ, ເພີ່ມທະວີການຊອກຮູ້ຮໍ່າຮຽນເພື່ອພັດທະນາວິຊາສະເພາະໃຫ້ມີຄຸນນະພາບສູງຂື້ນ. ສ້າງຂະບວນເຄື່ອນໄຫວວຽກງານກິລາ, ວັນນະຄະດີ ແລະ ຂະບວນເຄື່ອນໄຫວການອອກແຮງງານອະນາໄມເຂດຮັບຜິດຊອບ ແລະ ວຽກງານອື່ນໆໃຫ້ໄດ້ຫຼາຍຂຶ້ນ, ເພື່ອຮັບໃຊ້ໃນວັນສຳຄັນຕ່າງໆ ພ້ອມທັງຊຸກຍູ້ພາກສ່ວນທີ່ເປັນເຈົ້າພາບໃນການຈັດງານບຸນວິທະຍາສາດໃຫ້ໄດ້ປີລະຄັ້ງ 1 ຄັ້ງ. ກອງປະຊຸມໄດ້ຟັງລາຍງານ ແລະ ການປະກອບຄໍາເຫັນ ຈາກຜູ້ຕາງໜ້າຫຼາຍພາກສ່ວນ ເຊິ່ງແຕ່ລະພາກສ່ວນລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ທິດທາງແຜນການຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງເຮັດໃຫ້ກອງປະຊຸມມີຄວາມອຸດົມສົມບຸນຂຶ້ນຕື່ມ. ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 09 ສະຫາຍ, ຍິງ 03 ສະຫາຍ ແລະ ເລືອກໄດ້ 07 ສະຫາຍ, ຍິງ 02 ສະຫາຍຄື: ສະຫາຍ ນາງ ນວນຈັນ ທິບພະວົງ ສະຫາຍ ສຸກັນໄຊ ພົງສະຫວັນ ສະຫາຍ ສົມລັດ ສົມສະຫວັດ ສະຫາຍ ນາງ ບົວສອນ ແສງມະນີ ສະຫາຍ ວຽງທາ ໄຊຍະຈັກ ສະຫາຍ ສົມເສືອງ ເດດລໍວົງ ສະຫາຍ ສິນນະກອນ ສີເມືອງ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາເລຂາ, ຮອງເລຂາຄະນະພັກຮາກຖານ ແລະ ປະທານກວດກາພັກດັ່ງນີ້: ສະຫາຍ ນາງ ນວນຈັນ ທິບພະວົງ ເປັນເລຂາຄະນະພັກຮາກຖານ ສະຫາຍ ສຸກັນໄຊ ພົງສະຫວັນ ເປັນຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາ ສະຫາຍ ນາງ ບົວສອນ ແສງມະນີ ເປັນຮອງປະທານກວດກາພັກທີ່ຢູ່ໃນຄະນະພັກຮາກຖານ ສະຫາຍ ອ່ອນນິດ ສິດທິລາດ ເປັນຮອງປະທານກວດກາທີ່ບໍ່ຢູ່ໃນຄະນະພັກຮາກຖານ ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຫຼ້າປະເສີດ ສີປະເສີດ ຄະນະກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນໍາພາພະນັກງານ, ສະມາຊິກພັກ, ປະຊາຊົນປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫລາຍດ້ານ, ພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດ ໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ຈາກນັ້ນສະຫາຍໃຫ້ທິດຊີ້ນຳວຽກງານແຕ່ລະດ້ານ ໃນທາງທີ່ສ້າງສັນ, ເຊິ່ງສະຫາຍໄດ້ເນັ້ນໜັກບາງຈຸດທີ່ສຳຄັນດັ່ງນີ້: ພາຍຫຼັງສຳເລັດກອງປະຊຸມໃຫຍ່ແລ້ວໃຫ້ຄະນະພັກແບ່ງໜ້າທີ່ຮັບຜິດຊອບ ແລະ ຜັນຂະຫຍາຍວຽກພັກໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ ເອົາໃຈໃສ່ຄົ້ນຄ້ວາຕີລາ ແລະ ຜັນຂະຫຍາຍວຽກງານຕ່າງໆຂອງພັກ, ກຳໄດ້ມະຕິຄຳສັ່ງຕ່າງໆກ່ຽວກັບວຽກພັກ ວຽກງານສຶກສາອົບຮົມວຽກງານການເມືອງແນວຄິດຂອງພັກພະນັກງານ. ຍົກສູງຄວາມສາມາດ ແລະ ການນຳພາຂອງພັກໃຫ້ເຂັ້ມແຂງຮອບດ້ານ. ເອົາໃຈໃສ່ວຽກງານປ້ອງການຄວາມສະຫງົບພາຍໃນ. ຊີ້ນຳນຳພາກຳແໜ້ນວຽກງານການ ຕໍ່ສູ້-ຍາດແຍ່ງ-ເພີ່ມທະວີການຮ່ວມມືກັບພານໃນ ແລະ ພາຍນອກ. ເອົາໃຈໃສ່ວຽກງານວິຊາສະເພາະ ໂດຍຍົກສູງຄຸນນະພາບການສຶກສາໂດຍອີງໃສ່ 5 ຫຼັກມູນການສຶກສາ. ເອົາໃຈໃສ່ພັດທະນາ ແລະ ປັບປຸງສະຖາບັນການສຶກສາໃຫ້ມີພາລະບົດບາດ, ມີຄຸນນະພາບສູງ ເປັນທີ່ຍອມຮັບຂອງທ້ອງຖິ່ນສູ່ສາກົນ. ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍໃຫ້ການສະໜັບສະໜູນຄະນະພັກຊຸດໃໝ່ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ. ກອງປະຊຸມຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ ຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ ໃຫ້ສູງຂຶ້ນເລື້ອຍໆ ເຮັດໃຫ້ວຽກງານການພັດທະນາການສຶກສາໃນໄລຍະໃໝ່ໃຫ້ທັນກັບສາກົນ ແລະ ຫັນປ່ຽນໃໝ່ຢ່າງຕັ້ງໜ້າເຮັດໃຫ້ພັກມີຄວາມປອດໃສ ແລະ ໜັກແໜ້ນ, ເຂັ້ມແຂງ. ນັກຂ່າວວິທະຍາໄລຄູຫຼວງນໍ້າທາ ສົມແພງ ດວງປະເສີດ