ຕ້ອນຮັບຄະນະທີມງານຈາກມະຫາວິທະຍາໄລກຸຍໂຈ(Guizhou University)

ຍິນດີຕ້ອນຮັບຄະນະທີມງານຈາກມະຫາວິທະຍາໄລກຸຍໂຈ(Guizhou University)
ໃນວັນທີ 28 ທັນວາ 2023 ທີ່ຜ່ານມາ, ທ່ານ ອຈ ປທ ນາງ ນວນຈັນ ທິບພະວົງ ຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ ພ້ອມດ້ວຍທີມງານ ຄູ-ອາຈານ ໄດ້ຕ້ອນຮັບການລົງຢ້ຽມຍາມຂອງ ຄະນະທີມງານຈາກມະຫາວິທະຍາໄລກຸຍໂຈ(Guizhou University) ເຊິ່ງນໍາໂດຍ ທ່ານ ຈວາງຕ້າຫລິ່ນ ຮອງຄະນະບໍດີ ມະຫາວິທະຍາໄລກຸຍໂຈ.
ການລົງຢ້ຽມຍາມໃນຄັ້ງນີ້ ເພື່ອເປັນການທົບທວນການພົວພັນຮ່ວມມື (2019-2024) ລະຫວ່າງ ວິທະຍາໄລຄູຫຼວງນໍ້າທາ ແລະ ມະຫາວິທະຍາໄລກຸຍໂຈ (Guizhou University) ໃຫ້ມີຄວາມໜັກແໜ້ນ, ມີສາຍສໍາພັນທີ່ດີ ແລະ ສານຕໍ່ພັດທະນາວຽກງານດ້ານການສຶກສາໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ.
ໃນໂອກາດນີ້ ທ່ານ ອຈ ປທ ນາງ ນວນຈັນ ທິບພະວົງ ໄດ້ກ່າວຕ້ອນຮັບຄະນະທີມງານດ້ວຍບັນຍາກາດອົບອຸ່ນ ແລະ ໄດ້ລາຍງານສະພາບກການເຄື່ອນໄຫວຂອງວິທະຍາໄລຄູຫຼວງນໍ້າທາໃນໄລຍະຜ່ານມາ.
ໃນວາລະພິທີ ທ່ານ ຜູ້ອໍານວຍການ ພ້ອມດ້ວຍທີມງານ ຍັງໄດ້ນໍາພາ ຄະນະທີມງານຈາກມະາວິທະຍາໄລກຸຍໂຈ ທ່ຽວຊົມ ວິທະຍາໄລຄູຫຼວງນໍ້າທາ ເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ.ການລົງຢ້ຽມຍາມໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 1 ວັນ ແລະ ໄດ້ສໍາເລັດລົງດ້ວຍບັນຍາກາດຈົບງາມ.
ນັກຂ່າວວິທະຍາໄລຄູຫຼວງນໍ້າທາ ສົມແພງ ດວງປະເສີດ

Leave a Comment

Your email address will not be published. Required fields are marked *

Scroll to Top