#ສະຫະພັນແມ່ຍິງຮາກຖານວິທະຍາໄລຄູຫຼວງນໍ້າທາ
ຈັດພິທີສະຫຼຸບຮັບຮອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຮອບທີ III ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ໃນເວລາ 9:00 ນາທີ ຂອງວັນທີ 9 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງນໍ້າທາໄດ້ຈັດພິທີສະຫຼຸບຮັບຮອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຮອບທີ III ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງສະຫະພັນແມ່ຍິງຮາກຖານວິທະຍາໄລຫຼວງນໍ້າທາ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປິ່ນຄໍາ ໄຊຍະວົງ ປະທານສະຫະພັນແມ່ຍິງຮາກຖານວິທະຍາໄລຄູຫຼວງນ້ຳທາ, ເປັນກຽດເຂົ້າຮ່ວມມີ: ທ່ານ ນາງ ອໍາພັນ ສໍແສງອິ່ນ ຮອງເລຂາໜ່ວຍພັກ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ນວນຈັນ ທິບພະວົງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ, ໃນພິທີ ມີຄະນະຊາວໜຸ່ມຮາກຖານ, ປະທານສະຫະພັນກໍາມະບານຮາກຖານວິທະຍາໄລຄູຫຼວງນ້ຳທາ ແລະ ຄະນະສະຫະພັນແມ່ຍິງວິທະຍາໄລຄູ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງວິທະຍາໄລຄູເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 63 ທ່ານ. ຈຸດປະສົງ.ການຈັດພິທີ ເພື່ອຜ່ານຮ່າງບົດຫຼຸບວຽກງານຂໍ້ແຂ່ງຂັນ 3 ດີຮອບທີ 3 ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ໃນພິທີຄະນະຈັດຕັ້ງໄດ້ຜ່ານຂໍ້ຕົກລົງອະນຸມັດເປີດກອງປະຊຸມຮັບຮອງປະເມີນຂໍ້ແຂ່ງຂັນ 3 ດີ ປີ 2023 ຈາກນັ້ນ ສະຫາຍ ນາງ ສຸມາລາ ເດດລໍວົງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ພ້ອມທັງສະເໜີຜູ້ເຂົ້າຮ່ວມປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ແຜນການ. ຄະນະຈັດຕັ້ງພິທິ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຢັ້ງຢືນຮາກຖານ 3 ດີ ແລະ ໃຫ້ກຽດຮັບໃບຢັ້ງຢືນໂດຍສະຫາຍ ນາງ ປິ່ນຄໍາ ໄຊຍະວົງ ແລະ ໃຫ້ກຽດມອບໂດຍທ່ານ ນາງ ອໍາພັນ ສໍແສງອິ່ນ, ເອື້ອຍນ້ອງແມ່ຍິງໄດ້ຂຶ້ນຈັບມືແຂງຂັນ 3 ດີ ແລະ ກ່າວຄໍາປະຕິຍານ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ທ່ານ ນາງ ອໍາພັນ ສໍແສງອິ່ນ ຮອງປະທານສະຫະພັນແມ່ຍິງແຂວງ ເພີ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ແລະ ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີທີ່ຜ່ານມາ ແລະ ໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນຕໍ່ສະມາຊິກສະຫະພັນແມ່ຍິງຮາກຖານວິທະຍາໄລຄູຫຼວງນ້ຳທາ. ຈາກນັ້ນສະຫາຍ ປິ່ນຄໍາ ໄຊຍະວົງ ປະທານສະຫະພັນແມ່ຍິງຮາກຖານໄດ້ຂຶ້ນຮັບຄໍາໂອວາດ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ຊົ່ວໂມງ 15 ນາທີ ແລະ ໄດ້ສິ້ນສຸດລົງໃນເວລາ 11 ໂມງ 30 ນາທີຂອງວັນດຽວກັນ ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງນໍ້າທາ.
ນັກຂ່າວວິທະຍາໄລຄູຫຼວງນໍ້າທາ ສົມແພງ ດວງປະເສີດ