ໃນຕອນແລງ ວັນທີ 28 ມີນາ 2024 ຢູ່ທີ່ເດີ່ນກິລາວິທະຍາໄລຄູຫຼວງນໍ້າທາ ໄດ້ຈັດການແຂ່ງຂັນກິລາບານເຕະຊາຍ (ນັດກະຊັບມິດ) ລະຫວ່າງທີມ ກຳມະບານຮາກຖານ ພົບກັບ ທີມຊາວໜຸ່ມຮາກຖານ.ໃນກິດຈະກໍາມີ ຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາວິທະຍາໄລຄູຫຼວງນໍ້າທາເຂົ້າຮ່ວມຢ່າງຄຶກຄື້ນ.ຈຸດປະສົງໃນການສ້າງກິດຈະກໍາໃນຄັ້ງນີ້ ເພື່ອສ້າງຂະບວນການຂໍານັບຮັບຕ້ອນວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910 – 8 ມີນາ 2024), ພ້ອມດຽວກັນນີ້ຍັງເປັນການສ້າງຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນ ກຽມພ້ອມທັງກາຍ ແລະ ຈິດໃຈ ຜ່ານຜ່າອຸປະສັກຕ່າງໆທີ່ກຳລັງປະເຊີນຢູ່ຢ່າງເຂັ້ມແຂງ.