ວິທະຍາໄລຄູຫຼວງນໍ້າທາຈັດການແຂ່ງຂັນກິລາເປຕັງຊິງຂັນຜູ້ອໍານວຍການ ຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 114 ປີBy ຄິດ ບຸນສະແຫວງ / March 4, 2024 ໃນຕອນບ່າຍວັນທີ 21 ກຸມພາ 2024 ຢູ່ທີ່ເດີ່ນກິລາເປຕັງວິທະຍາໄລຄູຫຼວງນໍ້າທາ ໄດ້ມີພິທີເປີດການແຂ່ງຂັນກິລາເປຕັງຊິງຂັນຜູ້ອໍານວຍການຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ອຈ ປອ ສິນນະກອນ ສີເມືອງ ຫົວໜ້າພະແນກບໍລິຫານ-ການເງິນ, ໃນພິທີມີຄະນະນໍາພະແນກ, ຄະນະນໍາພາກວິຊາ, ຕາງໜ້າ 3 ອົງການຈັດຕັ້ງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງທົ່ວເຖິງ. ໃນພິທີ ທ່ານ ອຈ ປອ ສິນນະກອນ ສີເມືອງ ໄດ້ກ່າວມີຄໍາເຫັນ ແລະ ເປີດການແຂ່ງຂັນຢ່າງເປັນທາງການ ໂດຍການສ້າງກິດຈະກໍາໃນຄັ້ງນີ້ເປັນການສ້າງຂະບວນການຂໍານັບຮັບຕ້ອນວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910 – 8 ມີນາ 2024), ໃນໂອກາດດຽວກັນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ນັກກິລາເປຕັງແຕ່ລະທີມເຂົ້າຮ່ວມແຂ່ງຂັນດ້ວຍຄວາມຮັບຜິດຊອບສູງ ແລະ ມີນໍ້າໃຈນັກກິລາ. ການແຂ່ງຂັນກິລາເປຕັງຊິງຂັນຜູ້ອໍານວຍການ ມີ 12 ທີມເຂົ້າຮ່ວມ ແລະ ຈະດໍາເນີນໄປເປັນເວລາ 11 ວັນ ຈົນເຖິງວັນທີ 8 ມີນາ 2024 ຈຶ່ງຈະສໍາເລັດ. ນັກຂ່າວວິທະຍາໄລຄູຫຼວງນໍ້າທາ: ສົມແພງ ດວງປະເສີດ