Author name: ຄິດ ບຸນສະແຫວງ

ຂ່າວໃນ ວຄຫຼທ

ວິທະຍາໄລຄູຫຼວງນໍ້າທາຈັດການແຂ່ງຂັນກິລາເປຕັງຊິງຂັນຜູ້ອໍານວຍການ ຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 114 ປີ

ໃນຕອນບ່າຍວັນທີ 21 ກຸມພາ 2024 ຢູ່ທີ່ເດີ່ນກິລາເປຕັງວິທະຍາໄລຄູຫຼວງນໍ້າທາ ໄດ້ມີພິທີເປີດການແຂ່ງຂັນກິລາເປຕັງຊິງຂັນຜູ້ອໍານວຍການຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ອຈ ປອ ສິນນະກອນ ສີເມືອງ ຫົວໜ້າພະແນກບໍລິຫານ-ການເງິນ, ໃນພິທີມີຄະນະນໍາພະແນກ, ຄະນະນໍາພາກວິຊາ, ຕາງໜ້າ 3 ອົງການຈັດຕັ້ງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງທົ່ວເຖິງ. ໃນພິທີ ທ່ານ ອຈ ປອ ສິນນະກອນ ສີເມືອງ ໄດ້ກ່າວມີຄໍາເຫັນ ແລະ ເປີດການແຂ່ງຂັນຢ່າງເປັນທາງການ ໂດຍການສ້າງກິດຈະກໍາໃນຄັ້ງນີ້ເປັນການສ້າງຂະບວນການຂໍານັບຮັບຕ້ອນວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910 – 8 ມີນາ 2024), ໃນໂອກາດດຽວກັນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ນັກກິລາເປຕັງແຕ່ລະທີມເຂົ້າຮ່ວມແຂ່ງຂັນດ້ວຍຄວາມຮັບຜິດຊອບສູງ ແລະ ມີນໍ້າໃຈນັກກິລາ. ການແຂ່ງຂັນກິລາເປຕັງຊິງຂັນຜູ້ອໍານວຍການ ມີ 12 ທີມເຂົ້າຮ່ວມ ແລະ ຈະດໍາເນີນໄປເປັນເວລາ 11 ວັນ ຈົນເຖິງວັນທີ 8 ມີນາ 2024 ຈຶ່ງຈະສໍາເລັດ. ນັກຂ່າວວິທະຍາໄລຄູຫຼວງນໍ້າທາ: ສົມແພງ ດວງປະເສີດ

ຂ່າວໃນ ວຄຫຼທ

3ອົງການຈັດຕັ້ງທີ່ຂື້ນກັບວິທະຍາໄລຄູຫຼວງນໍ້າທາ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 114 ປີ

ໃນຕອນແລງ ວັນທີ 28 ມີນາ 2024 ຢູ່ທີ່ເດີ່ນກິລາວິທະຍາໄລຄູຫຼວງນໍ້າທາ ໄດ້ຈັດການແຂ່ງຂັນກິລາບານເຕະຊາຍ (ນັດກະຊັບມິດ) ລະຫວ່າງທີມ ກຳມະບານຮາກຖານ ພົບກັບ ທີມຊາວໜຸ່ມຮາກຖານ.ໃນກິດຈະກໍາມີ ຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາວິທະຍາໄລຄູຫຼວງນໍ້າທາເຂົ້າຮ່ວມຢ່າງຄຶກຄື້ນ.ຈຸດປະສົງໃນການສ້າງກິດຈະກໍາໃນຄັ້ງນີ້ ເພື່ອສ້າງຂະບວນການຂໍານັບຮັບຕ້ອນວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910 – 8 ມີນາ 2024), ພ້ອມດຽວກັນນີ້ຍັງເປັນການສ້າງຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນ ກຽມພ້ອມທັງກາຍ ແລະ ຈິດໃຈ ຜ່ານຜ່າອຸປະສັກຕ່າງໆທີ່ກຳລັງປະເຊີນຢູ່ຢ່າງເຂັ້ມແຂງ. ນັກຂ່າວວິທະຍາໄລຄູຫຼວງນໍ້າທາ: ສົມແພງ ດວງປະເສີດ

ຂ່າວໃນ ວຄຫຼທ

ສະຫະພັນແມ່ຍິງຮາກຖານວິທະຍາໄລຄູຫຼວງນໍ້າທາ ຈັດພິທີສະຫຼຸບຮັບຮອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຮອບທີ III ປະຈຳປີ 2023 ແລະ ທິດທາງແຜນການປີ 2024

#ສະຫະພັນແມ່ຍິງຮາກຖານວິທະຍາໄລຄູຫຼວງນໍ້າທາ ຈັດພິທີສະຫຼຸບຮັບຮອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຮອບທີ III ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ໃນເວລາ 9:00 ນາທີ ຂອງວັນທີ 9 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງນໍ້າທາໄດ້ຈັດພິທີສະຫຼຸບຮັບຮອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຮອບທີ III ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງສະຫະພັນແມ່ຍິງຮາກຖານວິທະຍາໄລຫຼວງນໍ້າທາ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປິ່ນຄໍາ ໄຊຍະວົງ ປະທານສະຫະພັນແມ່ຍິງຮາກຖານວິທະຍາໄລຄູຫຼວງນ້ຳທາ, ເປັນກຽດເຂົ້າຮ່ວມມີ: ທ່ານ ນາງ ອໍາພັນ ສໍແສງອິ່ນ ຮອງເລຂາໜ່ວຍພັກ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ນວນຈັນ ທິບພະວົງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ, ໃນພິທີ ມີຄະນະຊາວໜຸ່ມຮາກຖານ, ປະທານສະຫະພັນກໍາມະບານຮາກຖານວິທະຍາໄລຄູຫຼວງນ້ຳທາ ແລະ ຄະນະສະຫະພັນແມ່ຍິງວິທະຍາໄລຄູ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງວິທະຍາໄລຄູເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 63 ທ່ານ.  ຈຸດປະສົງ.ການຈັດພິທີ ເພື່ອຜ່ານຮ່າງບົດຫຼຸບວຽກງານຂໍ້ແຂ່ງຂັນ 3 ດີຮອບທີ 3 ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ໃນພິທີຄະນະຈັດຕັ້ງໄດ້ຜ່ານຂໍ້ຕົກລົງອະນຸມັດເປີດກອງປະຊຸມຮັບຮອງປະເມີນຂໍ້ແຂ່ງຂັນ 3 ດີ ປີ 2023 ຈາກນັ້ນ ສະຫາຍ ນາງ ສຸມາລາ ເດດລໍວົງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ພ້ອມທັງສະເໜີຜູ້ເຂົ້າຮ່ວມປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ແຜນການ. ຄະນະຈັດຕັ້ງພິທິ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຢັ້ງຢືນຮາກຖານ 3 ດີ ແລະ ໃຫ້ກຽດຮັບໃບຢັ້ງຢືນໂດຍສະຫາຍ ນາງ ປິ່ນຄໍາ ໄຊຍະວົງ ແລະ ໃຫ້ກຽດມອບໂດຍທ່ານ ນາງ ອໍາພັນ ສໍແສງອິ່ນ, ເອື້ອຍນ້ອງແມ່ຍິງໄດ້ຂຶ້ນຈັບມືແຂງຂັນ 3 ດີ ແລະ ກ່າວຄໍາປະຕິຍານ.ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ທ່ານ ນາງ ອໍາພັນ ສໍແສງອິ່ນ ຮອງປະທານສະຫະພັນແມ່ຍິງແຂວງ ເພີ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ແລະ ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີທີ່ຜ່ານມາ ແລະ ໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນຕໍ່ສະມາຊິກສະຫະພັນແມ່ຍິງຮາກຖານວິທະຍາໄລຄູຫຼວງນ້ຳທາ. ຈາກນັ້ນສະຫາຍ ປິ່ນຄໍາ ໄຊຍະວົງ ປະທານສະຫະພັນແມ່ຍິງຮາກຖານໄດ້ຂຶ້ນຮັບຄໍາໂອວາດ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ຊົ່ວໂມງ 15 ນາທີ ແລະ ໄດ້ສິ້ນສຸດລົງໃນເວລາ 11 ໂມງ 30 ນາທີຂອງວັນດຽວກັນ ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງນໍ້າທາ. ນັກຂ່າວວິທະຍາໄລຄູຫຼວງນໍ້າທາ ສົມແພງ ດວງປະເສີດ

ຂ່າວໃນ ວຄຫຼທ

ພາກວິຊາສ້າງຄູສຶກສາກ່ອນໄວຮຽນສ້າງຂະບວນການກິດຈະກຳຮັບນ້ອງໃໝ່

ໃນຕອນບ່າຍຂອງວັນທີ 23 ພະຈິກ 2023 ຢູ່ທີ່ພາກວິຊາສ້າງຄູສຶກສາກ່ອນໄວຮຽນ ໄດ້ຈັດກິດຈະກໍສຮັບນ້ອງໃໝ່ຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອຈ ປທ ສົມລັດ ສົມສະຫວັດ ຮອງຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າ. ໃນພິທີມີ ຄະນະນໍາພະແນກ, ຄະນະນໍາພາກວິຊາ, ຄູອາຈານ ແລະ ນັກສຶກສາພາຍໃນສາຍເຂົ້າຮ່ວມຢ່າງພ້ອມພຽງ.ຈຸດປະສົງໃນພິທີເພື່ອເປັນການສ້າງຄວາມສາມັກຄີລະຫວ່າງຄູ-ອາຈານ, ນັກສຶກສາເກົ່າ-ໃໝ່. ໃນຕອນຕົ້ນຂອງພິທີດັ່ງກ່າວໄດ້ຮັບຟັງການໂອ້ລົມຂອງ ທ່ານ ອຈ ປທ ສົມລັດ ສົມສະຫວັດ ງຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ ເຊິ່ງທ່ານກໍໄດ້ເນັ້ນໜັກເຖິງການຮຽນ-ການສອນຂອງນັກສຶກສາຄູພາຍໃນສາຍ, ການເຂົ້າອອກໂຮງຮຽນຕາມກໍານົດເວລາ, ການກະກຽມລົງຝຶກຫັດຂອງນັກສຶກສາຄູປີສຸດທ້າຍຈົ່ງພັດທະນາຄວາມຮູ້, ຄວາມສາມາດ ແລະ ເປັນແບບຢ່າງໃຫ້ນັກສຶກສາລຸ້ນຕໍ່ໄປ. ພິທີໄດ້ດໍາເນີນໄປເປັນເວລາ 3 ຊົ່ວໂມງ ແລະ ໄດ້ສໍາເລັດລົງໃນເວລາ 5:00 ນາທີ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ.ຜູ້ສື່ຂ່າວວິທະຍາໄລຄູ: ສຸລັນຍາ ລັດຕະນະວົງ

ຂ່າວໃນ ວຄຫຼທ

ຕ້ອນຮັບຄະນະທີມງານຈາກມະຫາວິທະຍາໄລກຸຍໂຈ(Guizhou University)

ຍິນດີຕ້ອນຮັບຄະນະທີມງານຈາກມະຫາວິທະຍາໄລກຸຍໂຈ(Guizhou University)ໃນວັນທີ 28 ທັນວາ 2023 ທີ່ຜ່ານມາ, ທ່ານ ອຈ ປທ ນາງ ນວນຈັນ ທິບພະວົງ ຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ ພ້ອມດ້ວຍທີມງານ ຄູ-ອາຈານ ໄດ້ຕ້ອນຮັບການລົງຢ້ຽມຍາມຂອງ ຄະນະທີມງານຈາກມະຫາວິທະຍາໄລກຸຍໂຈ(Guizhou University) ເຊິ່ງນໍາໂດຍ ທ່ານ ຈວາງຕ້າຫລິ່ນ ຮອງຄະນະບໍດີ ມະຫາວິທະຍາໄລກຸຍໂຈ. ການລົງຢ້ຽມຍາມໃນຄັ້ງນີ້ ເພື່ອເປັນການທົບທວນການພົວພັນຮ່ວມມື (2019-2024) ລະຫວ່າງ ວິທະຍາໄລຄູຫຼວງນໍ້າທາ ແລະ ມະຫາວິທະຍາໄລກຸຍໂຈ (Guizhou University) ໃຫ້ມີຄວາມໜັກແໜ້ນ, ມີສາຍສໍາພັນທີ່ດີ ແລະ ສານຕໍ່ພັດທະນາວຽກງານດ້ານການສຶກສາໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ.ໃນໂອກາດນີ້ ທ່ານ ອຈ ປທ ນາງ ນວນຈັນ ທິບພະວົງ ໄດ້ກ່າວຕ້ອນຮັບຄະນະທີມງານດ້ວຍບັນຍາກາດອົບອຸ່ນ ແລະ ໄດ້ລາຍງານສະພາບກການເຄື່ອນໄຫວຂອງວິທະຍາໄລຄູຫຼວງນໍ້າທາໃນໄລຍະຜ່ານມາ.ໃນວາລະພິທີ ທ່ານ ຜູ້ອໍານວຍການ ພ້ອມດ້ວຍທີມງານ ຍັງໄດ້ນໍາພາ ຄະນະທີມງານຈາກມະາວິທະຍາໄລກຸຍໂຈ ທ່ຽວຊົມ ວິທະຍາໄລຄູຫຼວງນໍ້າທາ ເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ.ການລົງຢ້ຽມຍາມໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 1 ວັນ ແລະ ໄດ້ສໍາເລັດລົງດ້ວຍບັນຍາກາດຈົບງາມ.ນັກຂ່າວວິທະຍາໄລຄູຫຼວງນໍ້າທາ ສົມແພງ ດວງປະເສີດ

ຂ່າວໃນ ວຄຫຼທ

ເປີດອົບຮົມຫັດແອບວຽກງານປ້ອງກັນຊາດໃຫ້ວິທະຍາໄລຄູຫຼວງນໍ້າທາ ສົກຮຽນ 2023-2024

#ເປີດອົບຮົມຫັດແອບວຽກງານປ້ອງກັນຊາດໃຫ້ວິທະຍາໄລຄູຫຼວງນໍ້າທາ ສົກຮຽນ 2023-2024ກອງປະຊຸມຝຶກອົບຮົມ-ຫັດແອບ ວຽກງານປ້ອງກັນຊາດ ໃຫ້ວິທະຍາໄລຄູຫຼວງນໍ້າທາ ປະຈໍາສົກຮຽນ 2023-2024 ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 16 ມັງກອນ 2024 ທີ່ສະໂມສອນວິທະຍາໄລຄູ ຫຼວງນໍ້າທາ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ສີວິໄລ ແກ້ວພິລາວັນ ຄະນະພັກຮາກຖານ, ຮອງຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ; ພັທ ໂຊກສະຫວັນ ພົນຕະມອງ ຫົວຫນ້າພະແນກການທະຫານທ້ອງຖິ່ນ. ໃນພິທີມີຄະນະອໍານວຍການເຂົ້າຮ່ວມ, ຄູຝຶກ, ຄະນະຮັບຜິດຊອບຈາກ ພະແນກການທະຫານທ້ອງຖິ່ນ ແລະ ວິທະຍາໄລຄູຫຼວງນໍ້າທາ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ ທັງໝົດ 95 ທ່ານ, ຍິງ 62 ທ່ານ.ໃນພິທີ ທ່ານ ພັທ ຫລ້າພອນ ມະນີວົງລັດ ຮອງພະແນກການທະຫານທ້ອງຖິ່ນ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ຄະນະຊີ້ນໍາວິຊາການ, ຄູສອນ ແລະ ຜູ້ຊ່ວຍປະຕິບັດລູກປືນແທ້ ພາກສ່ວນຮັບປະກັນເປີດຊຸດອົບຮົມ-ຫັດແອບ ວຽກງານສຶກສາປ້ອງກັນຊາດ ວິທະຍາໄລຄູຫຼວງນໍ້າທາ ສົກຮຽນ 2023-2024ໃນພິທີຍັງໄດ້ຮັບຟັງການໂອ້ລົມຈາກຄະນະນໍາວິທະຍາໄລຄູຫຼວງນໍ້າທາ ໂດຍແມ່ນ ທ່ານ ສີວິໄລ ແກ້ວພິລາວັນ ເຊິ່ງທິ່ງທ່ານໄດ້ເນັ້ນໜັກເຖິງ ຄວາມສຳຄັນ, ຄວາມຈຳເປັນໃນການເຝິກແອບການທະຫານໃຫ້ແກ່ນັກສຶກສາວິທະຍາໄລຄູຫຼວງນໍ້າທາ, ໃນໂອກາດນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຶກສາທຸກຄົນ ຈົ່ງຕັ້ງໃຈສຶກສາຮໍ່າຮຽນ, ຝຶກແອບຍຸດທະວິທີ ແລະ ມິລະບຽບວິໄນ ປະຕິບັດຕາມການສິດສອນຂອງຄູຝຶກຢ່າງເຄັ່ງຄັດ.ໃນໂອກາດດຽວກັນ ທ່ານ ພັທ ໂຊກສະຫວັນ ຍັງໄດ້ຂຶ້ນມີຄຳເຫັນ ເວົ້າເຖິງເນື້ອໃນການເຝິກແອບ ຕະຫຼອດຊ່ວງໄລຍະການຝຶກອົບຮົມ ເຊິ່ງຈະໄດ້ດໍາເນີນທັງພາກທິດສະດີ ແລະ ພາກສະໜາມ ມີ 4 ພາກ ດັັ່ງນີ້:1. ພາກການເມືອງ2. ພາກລະບຽບ-ຮູບແຖວ3. ພາກສິນລະປະຍຸດ4. ພາກຍຸດທະວິທີກອງປະຊຸມຝຶກອົບຮົມ-ຫັດແອບ ວຽກງານປ້ອງກັນຊາດ ໃຫ້ວິທະຍາໄລຄູຫຼວງນໍ້າທາ ປະຈໍາສົກຮຽນ 2023-2024 ໄດ້ມີນັກສຶກສາເຂົ້າຮ່ວມທັງໝົດ 81 ຄົນ, ຍິງ 60 ຄົນ, ຈະໄດ້ດໍາເນີນໄປເປັນເວລາ 12 ວັນ ແລະ ຈະໄດ້ສໍາເລັດລົງໃນວັນທີ 27 ມັງກອນ 2024.ນັກຂ່າວວິທະຍາໄລຄູຫຼວງນໍ້າທາ    ສົມແພງ ດວງປະເສີດ

ຂ່າວໃນ ວຄຫຼທ

ຝຶກອົບຮົມໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ(IPS) ຄັ້ງທີ 3 ຢູ່ 3 ແຂວງ, 8 ເມືອງ

#ວິທະຍາໄລຄູຫຼວງນໍ້າທາສໍາເລັດການລົງຝຶກອົບຮົມໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ(IPS) ຄັ້ງທີ 3 ຢູ່ 3 ແຂວງ, 8 ເມືອງ ຄັ້ງວັນທີ 15-19 ມັງກອນ 2024 ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ (IPS) ຄັ້ງທີ 3 ໄດ້ດໍາເນີນຊ່ວງໄລຍະວັນທີ 15-19 ມັງກອນ 2024 ໃນ 3 ແຂວງ, 8 ເມືອງ, ໂດຍປະຕິບັດຕາມແຜນປະຕິທິນຂອງແຜນງານບີຄວາ ໄລຍະ 2, ເນື້ອໃນທີ່ໄດ້ນໍາມາຝຶກອົບຮົມປະກອບມີ 10 ພາກຄື:ພາກທີ 1: ການສະທ້ອນຄືນກ່ຽວກັບບົດບາດຂອງຜູ້ເຮັດວຽກສຶກສານິເທດພາຍໃນ (IPS)ພາກທີ 2: ຄົ້ນຄວ້າກ່ຽວກັບການຮຽນຮູ້ທີ່ຄູຕ້ອງການພາກທີ 3: ຫຼັກສູດຊັ້ນປະຖົມສຶກສາພາກທີ 4: ການປະເມີນພາກທີ 5: ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 5 (ການປະເມີນ)ພາກທີ 6: ການວາງແຜນເພື່ອສາທິດການສອນພາກທີ 8: ມາດຕະຖານການສອນຊັ້ນປະຖົມສຶກສາພາກທີ 9: ທັກສະດ້ານ ICTພາກທີ 10: ການວາງແຜນໃນການຈັດຕັ້ງປະຕິບັດການພັດທະນາວິຊາຊີບແບບຕໍ່ເນື່ອງການຈັດຕັ້ງປະຕິບັດ ໃນຄັ້ງວັນທີ 15-19 ມັງກອນ 2024 ເຫັນວ່າ ສໍາເລັດໃນ 3 ແຂວງ, 8 ເມືອງ ເຊິ່ງປະກອບມີ: ແຂວງຫຼວງນໍ້າທາ (ເມືອງຫຼວງນໍ້າທາ, ເມືອງສິງ), ແຂວງຜົ້ງສາລີ (ເມືອງຜົ້ງສາລີ, ເມືອງຍອດອູ, ເມືອງໃໝ່), ແຂວງບໍ່ແກ້ວ (ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ, ເມືອງຜາອຸດົມ).ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນຂອງແຜນງານ ບີຄວາ ໄລຍະ 2 ຍັງຈະໄດ້ສືບຕໍ່ໃນ 2 ແຂວງ 3 ເມືອງເປົ້າໝາຍຄື: ແຂວງຜົ້ງສາລີ (ເມືອງບຸນໃຕ້, ເມືອງຂວາ), ແຂວງບໍ່ແກ້ວ (ເມືອງປາກທາ), ເຊິ່ງຈະເລີ່ມດໍາເນີນໃນວັນທີ 22-26 ມັງກອນ 2024.ນັກຂ່າວວິທະຍາໄລຄູຫຼວງນໍ້າທາ ສົມແພງ ດວງປະເສີດ

Scroll to Top